ເມືອງ​ຮູ​ລູນບູ​ເອີ
2014-07-31 14:45:44  cri 

  

 ​ເມືອງ​ຮູ​ລຣູ​ນເບ​ວຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ເລຍ​​ໃນ​ຂອງ​ຈີນ​ແມ່ນ "ຕົວ​ເມືອງລະດັບ​​ເຂດ​ແຄວ້ນ​ທີ່​ມີ​ເນື້ອ​ທີ່​ດິນ​ແດນກວ້າງ​ທີ່​ສຸດ​​ໃນ​ໂລກ". ທົ່ງ​ຫຍ້າ​ຮູ​ລູນບູ​ເອີ​ຕັ້ງ​ຢູ່​ໃນ​ເມືອງ​ດັ່ງກ່າວແມ່ນ​ໜຶ່ງ​ໃນ​ 4 ທົ່ງ​ຫຍ້າ​ໃຫຍ່​ໃນ​ໂລກ, ​ໄດ້​ຂະໜານ​ນາມ​ວ່າ, ​ແມ່ນທົ່ງ​ຫຍ້າ​ທີ່​ດີ​ທີ່ສຸດ​ໃນ​ໂລກ. ທິດຕາ​ເວັນ​ຕົກ ​ແລະ ທິດ​ເໜືອ​ຕິດ​ກັບ​ປະ​ເທດ​ມົງ​ໂກລີ ​ແລະ ຣັດ​ເຊຍ, ​ແມ່ນ​​​ເຂດ​ທີ່ຢູ່​ຊາຍ​ແດນລະຫວ່າງ 3 ປະ​ເທດ​ຈີນ, ຣັດ​ເຊຍ ​ແລະ ​ມົງ​ໂກລີ.

    ຢູ່​ໃນ​​ເມືອງ​ຮູລູນບູ​ເອີ, ນອກຈາກ​ເຜົ່າ​ຮັ້ນ​ແລ້ວ, ຍັງ​ມີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 31 ຊົນ​ເຜົ່າ ​ເຊັ່ນ ​ເຜົ່າ​ມົງ​ໂກນ, ​ເຜົ່າຣັດ​ເຊຍ, ​ເຜົ່າ​ອຸຍ​ເກີ ​ແລະ​ເຜົ່າ​ໂອ​ລູນຊຸນ​ເປັນ​ຕົ້ນ. ອາຫານ​ຂອງທ້ອງ​ຖິ່ນ​ດັ່ງກ່າວກໍ່​ຄື​ພົນລະ​ເມືອງ​ທ້ອງ​ຖິ່ນ, ​ໂດຍ​ໄດ້ສະ​ແດງ​ໃຫ້​ເຫັນ​​ເຖິງຈຸດ​ພິ​ເສດ​ທີ່​ຊົນ​ເຜົ່າ​ຕ່າງໆ​​ເຊື່ອມ​ໂຍງ​ເຂົ້າກັນ, ມີທັງ​​ສີສັນ​ພິ​ເສດ​ຂອງ​ຊົນ​ເຜົ່າ​ທົ່ງ​ຫຍ້າ, ມີທັງ​ລົດ​ຊາດ​ຂອງອາຫານ​ເຜົ່າຣັ​ດ​ເຊຍ​. ອາຫານ​ທີ່​ມີ​ຊື່​ສຽງ​ຂອງ​ຮູ​ລູນບູ​ເອີ​ມີ ໜຶ້ງຊີ້ນ​ແກະທີ່​ມີ​ຫນັງ, ປີ້ງ​ຂາ​ແກະ, ຊີ້ນຈັບ​ດ້ວຍ​ມື, ກະລະ​ເປົາ​​ເບຣຢັດ, ​ເຂົ້າໜົມ​ຍັດ​​ໄສ້ທີ່​ເຮັດ​ດ້ວຍ​ເຂົ້າ​ເບຣຊາຣາ​ແຊງ, ​ເຂົ້າໜົມ "ຫູ​ແມວ" ທີ່​ເຮັດ​ດ້ວຍເຂົ້າ​ເບຣຊາຣາ​ແຊງ, ຊາ​ມົງ​ໂກລີ, ​ເຂົ້າໜົມ​ປັງ​ນົມ ​ແລະ​ເນີຍ​ແຂງ​ສົດ​ຂອງ​ເຜົ່າຣັດ​ເຊຍ, ງານ​ລ້ຽງ​ຊີ້ນ​ກວາງ​​ນ້ອຍຂອງ​ເຜົ່າ​ໂອ​ລູນຊຸນ​ ​ແລະ​ອື່ນໆ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ