ເມືອງນີງ​ໂປ່
2014-07-31 14:45:44  cri 

    

    ​ເມືອງ​ນີງ​ໂປ່​ແມ່ນອູ່​ເຂົ້າ​ອູ່​ນ້ຳ​ຢູ່ພາກ​ໃຕ້​ຂອງ​ຈີນ, ທັງ​ແມ່ນ​​ເມືອງທ່າ​ກຳ​ປັ່ນຂອງ​ຈີນ, ​ແມ່ນ​ປາກ​ຄອງ​ນ້ຳ​ເຂົ້າ​ສູ່​ທະ​ເລ​ໃຕ້​ສຸດ​ຂອງ​ຈີນ, ​ແລະ​ແມ່ນ​ທ່າ​ກຳ​ປັ່ນ​ເລິ່ມຕົ້ນ​ຂອງ "​ເສັ້ນທາງ​ສາຍ​ໄໝທາງ​ທະ​ເລ".   
    ​ເມືອ​ງນີງ​ໂປ່​ມີ​ປະຫວັດສາດ​ອັນ​ຍາວ​ນານ. ​ໃນ 7 ພັນ​ປີ​ກ່ອນ, ກໍ່​ມີ​ບັນພະ​ບູລຸດຈີນດຳລົງ​ຊີວິດ​ຢູ່​ແຫ່ງ​ນີ້ ​ເຊິ່ງໄດ້​ສ້າງ​ວັດ​ທະນະ​ທຳ​ເຮີ​ມູຕູ້​ອັນ​ຈະ​ເລີ​ນຮຸ່ງ​ເຮືອງ. ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ, ອາຫານ​ຂອງ​ນີງ​ໂປ່ກໍ​ຄ່ອຍໆ​​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວຂຶ້ນ. ອາຫານ​ນີງ​ໂປ່​ມີ​ຊື່​ສຽງ​ຍ້ອນ​ລົດ​​ເຄັມ, ສົດ ​ແລະ ​ເໝັນ. ​ອາຫານ​ນີງ​ໂປ່​ຍັງ​ມີ​ຊື່ວ່າ "ອາຫານ​ຢົງ​ປ່າງ", ມີ​ຊື່​ສຽງ​ໃນ​ການ​ປຸ່ງ​ແຕ່ງອາຫານ​ທະ​ເລ, ທັງ​ສົດ ທັງ​ເຄັມ, ​ຕົ້ນຕໍໃຊ້​ວິທີ​ໜຶ້ງ, ປີ້ງ ​ແລະ ຕົ້ມ, ​ອາຫານ​ເຫຼົ່າ​ນີ້​ທັງ​ສົດ, ທັງ​ອ່ອນ, ທັງ​ໄດ້​ຮັກສາ​ລົດ​ຊາດ​ເດີມ​ຂອງ​ວັດຖຸ​ທີ່​ໃຊ້​ມາ​ປຸງ​ແຕ່ງອາຫານ ​ແລະ​ມີ​ສີ​ເຂັ້ມ​ສົມຄວນ ຕົວຢ່າງ​ຄື ຈືນປາ​ດຸກນາ​ເຫືຼອງຫຸ້ມ​ດ້ວຍ​​ແຜ່ນ​ເຕົ້າຮູ້, ຂົ້ວຜັກ​ກາດ​ກອງ ​ແລະ​ໜໍ່​ໄມ້​​ສົດທັງ​ແຊບ​ທັງ​ລາຄາ​ຖືກ. ຊາວ​ນີງ​ໂປ່ມັກ​ໄປ​ກິນ​ອາຫານ​ຢູ່​​ແຖວ​ເສິງ​ຮວງ​ມ້ຽວ ​ເຊິ່ງ​ເປັນ​ຖະໜົນ​ທີ່​ມີ​ຄົນ​ຫຼາຍ ທັງ​ມີ​ສີສັນ​ພິ​ເສດ, ​ເຂົ້າ​ໜົມພັນ​ຊັ້ນ, ກະລະ​ເປົາ​​​​ໄສ້​ຊີ້ນ​ປູ, ​ຈືນ​ກ້ຽວ​ແລະ​ເຂົ້າປຸ້ນ​ ເຂົ້າ​ໜົມບົວລອຍຍັດ​ໄສ້​ນ້ຳມັນ​ໝູ ​ແລະ​ອື່ນໆ​ລ້ວນ​ແຕ່ແມ່ນ​ອາຫານ​ທີ່​ປະຊາຊົນ​ມັກ​ກິນ​ຫຼາຍທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ