ເມືອງ​ສ່າ​ນມີ​ງ
2014-07-31 14:43:42  cri 

    

 ​ເມືອງ​ສ່າ​ນ​ມີ​ງຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ, ​ໄດ້​ຂະໜານ​ນາມວ່າ "ຄັງ​ສີຂຽວ", ມີ "ກຸ່ມ​ຕົ້ນ​ສຳ​ສາ​ເກົ່າ​ນີງຮວ້າ" ​ເຊິ່ງ​ເປັນ​ຕົ້ນ​ໄມ້​ຊະນິດ​ທີ່​​ໃຫ້ປະລິມານ​ຫຼາຍ​ທີ່​ສຸດ​ໃນ​ໂລກສະ​ເລ່ຍຕໍ່​ເນື້ອ​ທີ່, ຜົນ​ຜະລິດຂອງ​ເມືອງ​ສ່າ​ນມີ​ງອຸດົມສົມບູນຫຼາຍ, ລວມທັງ​​ໄມ້​​ໃຜ່, ຕົ້ນ​ໄມ້, ​ເຫັ​ດ, ໜໍ່​​ໄມ້​​​, ບົວ ​ແລະ ໝາກກ້ຽງ​ນ້ອຍ​​ເປັນ​ຕົ້ນ. ສະ​ນັ້ນ, "ບ້ານ​ເກີດ​ອາຫານ​ກິນ​ຫຼິ້ນ" ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ກໍ່​ຢູ່​ເມືອງ​ນີ້.    ຈາກ "ອາຫານ​ກິນ​ຫຼິ້ນ​ຂອງ​ເມືອງ​ຊ່າ​ຊ້ຽນ​ແຂວງ​ຟູ​ຈ້ຽນ" ທີ່​ມີ​ຊື່​ສຽງ​ໂດ່ງ​ດັງຢູ່​ທົ່ວ​ປະ​ເທດຈີນ, ຮອດ​ອາຫານ​ກິນ​ຫຼິ້ນ​ຂອງ​ເມືອງຢົງ​ອ່ານ ​ແລະ ​ເມືອງ​ໄທ້​​ນີງທີ່ມີ​ລົດ​ຊາດ​ແຊບ​ອີ​ຫຼີຄື​ກັນ​ແຕ່​ບໍ່​ມີ​ຊື່​ສຽງ​ປານ​ໃດ ລ້ວນ​ແຕ່​ແມ່ນ​ຕົວ​ແທນ​ຂອງ​ອາຫານ​ແຊບ​ເມືອງ​ສ່າ​ນມີ​ງ. ​ປີ 2006, ​ເມືອງ​ຊ່າ​ຊ້ຽນ​ເຊັ້ນ​ໄດ້ຮັບ​ຂະໜານ​ນາມວ່າ "​ເມືອງທີ່​ມີ​ຊື່​ສຽງ​ດ້ານວັດ​ນະ​ທະ​ທຳ​ອາຫານ​ກິນ​ຫຼິ້ນ​ຂອງຈີນ" ທີ່​ມອບ​​ໂດຍ​ສະມາຄົມ​ປຸງແຕ່ງອາຫານ​ຈີນ, ​ເມືອງ​ນີ້​ມີ​ອາຫານ​ກິນ​ຫຼິ້ນນັບ​ບໍ່​ຖ້ວນ, ​ແຕ່ລະ​ຢ່າງ​ກໍ່ລ້ວນ​ແຕ່​ເຮັ​ດ​ໃຫ້​ຄົນຢາກກິນ. ນອກຈາກ​ອາຫານ​ກິນ​ຫຼິ້ນ, ຢູ່​​ເມືອ​ງສ່າ​ນມີ​ງຍັງ​ມີ​ອາຫານ​ພິ​ເສດ​ທີ່​ສືບທອດ​ມາ​ຈາກປະ​ເພນີ​ດ້ານອາຫານການ​ກິນ​ຂອງ​ສະ​ໄໝ​ບູຮານ, ຕົວຢ່າງ, ຕຳ​ຊາ​ຊາວ​ແຄະ​ທີ່ວິທີ​ປຸງ​ແຕ່ງ ​ແລະ ​ລົດ​ຊາດ​ທີ່​ພິ​ເສດ ​ແລະ ​ແຜ່ນ​​ປາດິບ ​ເຊິ່ງ​ເປັນ​ອາຫານທີ່​ມີ​ຊື່​ສຽງ​ຂອງ​ນີງຮວ້າ, ​ລ້ວນ​ແຕ່​ມີປະຫວັດສາດ 2.200 ກວ່າ​ປີ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ