ເມືອງ​ຊູ່​ໂຈ່​ວ
2014-07-31 14:43:42  cri 

   

​ເມືອງ​ຊູ່​​ໂຈ່​ວຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ ​ເຊິ່ງ​ເປັນ​ເຂດທີ່​ອຸດົມ​ຮັ່ງມີ​ຂອງ​ຈີນ, ​ເມືອງ​ຊູ່​ໂຈ່​ວມີ​​ສວນ​ທີ່​ມີ​​ເອກະລັກ​ພິ​ເສດຢ່າງ​ຫຼວງ​ຫຼາຍ, ສະ​ນັ້ນ​ຈິ່ງ​ໄດ້​ຂະໜານ​ນາມ​ວ່າ "​​ເມືອງ​ສວນຂອງ​ຈີນ", "ສະຫວັນ​​ເມືອງ​ຄົນ" ​ແລະ "​ເວ​ນິສຕາ​ເວັນ​ອອກ", ສ່ວນ "​ ​ຊີວິດການ​ເປັນ​ຢູ່​ແບບ​ຊູ່​ໂຈ​ວ່" ​ແລະ "ອາຫານ​ຊູ່​ໂຈ່​ວ" ທີ່​ປານີດ​ນັ້ນ​ກໍ່​ຍິງ​ເຮັ​ດ​ໃຫ້​ຄົນ​ທັງຫຼາຍຍ້ອງຍໍ​ຊົມ​ເຊີຍ.   
    ​ເມືອງ​ຊູ່​ໂຈ່​ວ​ແມ່ນ​ສູນວັດ​ທະນະ​ທຳ​ດ້ານອາຫານຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ​ແມ່ນ​ບ່ອນ​ກຳ​ເນີ​ດຂອງ​ວັດທະນະທຳ​ອາຫານ​​ແບບ​ຊູ່​ໂຈ່​ວ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ວັດທະນະທຳ​ອາຫານ 3 ​ຢ່າງ​ຂອງ​ຈີນ. ຈຸດ​ພິ​ເສດ​ຂອງອາຫານ​ຊູ່​ໂຈ່​ວ​ແມ່ນ, ອາຫານ​ບໍ່​ເຄັມ​ບໍ່​ຈື່ດ, ທັງ​ສົດ​ທັງ​ອ່ອນ, ​ໄດ້​ຮັກສາ​ລົດ​ຊາດ​ເດີມ​ຂອງ​ວັດຖຸ​ທີ່​ເອົາ​ມາ​ປຸງ​ແຕ່ງອາຫານ, ມີ​ນ້ຳ​ເຂັ້ມ​ຂຸ້ນ​ແຕ່​ບໍ່​ມີ​ໄຂມັນ​ຫຼາຍ​ເກີນ​ໄປ, ລົດ​ຊາດ​ບໍ່​ປຸກ, ​ແຕ່​ເຄັມ​ໜ້ອຍ​ໜຶ່ງ, ​ໃນ​ລົດ​ເຄັມ​ນັ້ນ​ຍັງ​ມີ​ລົດ​ຫວານ. ​ໃນ​ເວລາ​ປຸງ​ແຕ່ງ​ຈະ​ເລືອກ​ວັດຖຸ​ຢ່າງ​ພິຖີ​ພິຖັນ, ​ເອົາ​ໃຈ​ໃສ່​ຕໍ່ສີສັນ, ຮູບຊົງ ​ເຊິ່ງ​ແຕ່ລະ​ລະດູ​ການກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ. ອາຫານ​ຊູ່​ໂຈ່​ວທີ່​ມີ​ຊື່​ສຽງມີ ຈືນປາມານ​ດາຣິນ(mandarin)​ຮູບ​ກະ​ຮອດ, ຂົ້ວ​ຊີ້ນ​ປູ​ຫິມະ​ໃສ່​ອອງປູ, ຂົ້ວ​ກຸ້ງ​ໃສ່​ຊາ​ປີ້​ໂລ​ຊຸ່ນ, ກ້ອນ​ຊີ້ນ​ໝູ​ລົດ​ຫວານ ​ແລະນ້ຳ​ແກງ​ຜັກ​ສົດ​ໜອງ​​ໄທ້​ຮູ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ