ນະຄອນ​ໄທ້​ຢວນ
2014-07-31 14:43:14  cri 

   

ນະຄອນ​ໄທ້​ຢວນ​ແມ່ນ​ໜຶ່ງ​ໃນຕົວ​​ເມືອງ​ທີ່​ມີ​ໂຄງການ​ມໍລະ​ດົກ​ວັດ​ທະນະ​ທຳ​​ຫຼາຍ​ທີ່​ສຸດ​ຂອງ​ຈີນ. ຍ້ອນ​ວ່າ​ດິນ​ຟ້າ​ອາກາດ, ອົງ​ປະ​ກອບ​ດິນ​, ​ເງື່ອນ​ໄຂດຳລົງ​ຊີວິດ​ ​ແລະ ​ເຄື່ອງ​ປ່າ​ຂອງ​ດົງ​ທີ່​ແຕກຕ່າງ​ກັນ, ຈິ່ງ​ເຮັດ​ໃຫ້​ນະຄອນ​ໄທ້​ຢວນ​​ມີ​ອາຫານ​ກິນ​ຫຼິ້ນທີ່​ມີ​ສີສັນ​ພິ​ເສດ​​ຫຼາຍ​ຢ່າງ​ຫຼາຍ​ແນວ.    ນະຄອນ​ໄທ້​ຢວນ​ແມ່ນ "​ເມືອງ​ໝີ່" ທີ່​ມີ​ຊື່​ສຽງ​​ໂດ່​ງ​ດັງ​ໃນ​ໂລກ, ພຽງ​ຮູບ​ຊົງ​ຂອງ​ໝີ່ກໍ່​ມີ​ຮ້ອຍ​ກວ່າ​ຊະນິດ, ມີ​ໝີ່​ດຶງ, ໝີ່​ຕັດ ​ແລະ ໝີ່​ຖອນ​ເປັນ​ຕົ້ນ, ສ່ວນ​ໃນ​ດ້ານ​ວິທີ​ປຸງ​ແຕ່ງ​ແລ້ວ ກໍ​ມີໜຶ້ງ, ຕົ້ມ​ແລະຂົ້ວ; ສ່ວນ​ນ້ຳ​ແກງ​ໃສ່​ໝີກໍ່​ຍິ່ງລະອຽດ​ປານີດ.

​ເມື່ອ​ເວົ້າ​ເຖິງ​​ໄທ້​ຢວນ, ທີ່​ລືມ​ບໍ່​ໄດ້​ແນ່ນອນ​ກໍ່​ແມ່ນ​ນ້ຳ​ສົ້ມ​, ນະຄອນ​ໄທ້​ຢວນມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ໃນ​ການ​ເຮັດ​ນ້ຳ​ສົ້ມ, "ນ້ຳ​ສົ້ມ​ເກົ່າ"ມີກິ່ນ​ຫອມ ​ແລະ ລົດ​ແຊບ​ຕາມ​ຫຼັງ​ອັນ​ພິ​ເສດ, ສາມາດ​ເວົ້າ​ໄດ້​ວ່າ​ແມ່ນ​ນ້ຳ​ສົ້ມ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ. ອາຫານ​ກິນ​ຫຼິ້ນຂອງ​ນະຄອນ​ໄທ້​ຢວນມີ: ນ້ຳ​ແກງ​ເຄື່ອງ​ໃນ​ແກະກັບ​ເສັ້ນ​ລ້ອນ, ຂົ້ວຊີ້ນ​ໝູ​ໃສ່​ນ້ຳມັນ​ໝູ, ຕົ້ມຜັກ​​ແລະ​ໝູ​ຂອງ​ເມືອງອູ​ຈ້າຍ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ