ກິ່ງ​ແຂວງ​ຢຽນປ໋ຽນ
2014-07-31 14:43:14  cri 

  

 ກິ່ງ​ແຂວງ​ຢຽນປ໋ຽນຕັ້ງ​ຢູ່​ເຂດ​ຊາຍ​ແດນ​ຈີນ-ສປປ​ເກົາຫຼີ ທາງ​ພາກ​ຕາ​ເວັນ​ອອກ​ແຂວງ​ຈີ​ລິນ​ຈີນ, ​ແມ່ນ​ບ່ອນ​ຕັ້ງ​ພູ​ລຳ​ເນົາ​ຂອງ​ເຜົ່າ​ເກົາຫຼີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ.
   ​ຍ້ອນ​ວ່າ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ວັດ​ທະນະ​ທຳ​ຊົນ​ເຜົ່າ​ເກົາຫຼີ​ຢ່າງ​ເລິກ​​ເຊິ່ງ, ສະ​ນັ້ນ, ຊາວ​ຢຽນປ໋ຽນມັກ​ເວົ້າ​ຕໍ່​ພາຍ​ນອກພາກພູມ​ໃຈ​ວ່າ "ອາຫານ​ຊົນ​ເຜົ່າ​ເກົາຫຼີ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ​ກໍ​ຢູ່​ຢຽນປ໋ຽນ". ອາຫານ​ຂອງ​ຢຽນປ໋ຽນມີ​ຈຸດ​ພິ​ເສດ​ຂອງ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​​ເກົາຫຼີ ​ແລະ ​ໃຊ້​ວັດຖຸ​ດິບ​ພາກ​ຕາ​ເວັນ​ອອກສຽງ​ເໜືອ. ຊົນ​ເຜົ່າ​ເກົາຫຼີໃຊ້​ວັດຖຸ​​ເຂົ້າ​ໃນ​ການ​ປຸງແຕ່ງ​ອາຫານປະ​ເພດ​ຕ່າງໆໜ້ອຍ​ທີ່​ສຸດມີ​ພຽງ​ຈຳນວນ​ໜຶ່ງ ​ເຊັ່ນ: ຖົ່ວ, ​ເຂົ້າ​ເບຣຣາ​ແຊງ, ​​ເຫັ​ດ ​ແລະ ຜັກກາດ​ຫົວ​ເປັນ​ຕົ້ນ ​ແຕ່​ກໍ່​ໄດ້​ປະດິດ​ສ້າງ​ອາຫານ​ແຊບນົວ​ຫຼາຍໆ​ຢ່າງ ​ເຊັ່ນ, ຂະໜົມ​ຄ້ອນ​ຕີເຂົ້າໜຽວ, ເຂົ້າໜົມ​​ໃບ​ໄມ້​ສົນ, ປີ້ງ​ຊີ້​ນງົວ, ຊີ້ນໝາ, ໝີ່​​ເຢັນ, ​ເຂົ້າ​ສາ​ຫຼ່າ​ຍທະ​ເລ ​ແລະ ຜັກ​ດອງ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ