ເມືອງ​ອີ໋ຊ່າງ
2014-07-31 14:43:14  cri 

ເມືອງ​ອີ໋ຊ່າງ​ແມ່ນ​ຕົວ​ເມືອງ​​ແຫ່ງ​ເສັ້ນທາງ​ຄົມ​ທະນາ​ຄົມ​ອັນ​ສຳຄັນ​ຢູ່​ພາກ​ກາງ​ຂອງ​ຈີນ. ມີພູ​ສູງ​​ ​ແລະ ທົ່ງພຽງ​ປະສົມ​ປະສານ​ກັນ, ສິ່ງ​ແວດລ້ອມ​ທຳ​ມະ​ຊາດ ​ແລະ ທີ່​ຕັ້ງ​ອັນ​ພິ​ເສດ​​ເຮັດ​ໃຫ້​ວັດທະນະທຳ​ອາຫານ​ຂອງ​ເມືອງ​ອີ໋ຊ່າງ​ໄດ້​ມີ​ສີສັນ​ພິ​ເສດ​ຂອງ​ຕົນ.

 ລົດ​ຊາດ​ຂອງ​ອາຫານ​ອີ໋ຊ່າງ​ທັງ​ມີ​ລົດຂື່ນ, ລົດ​ເຜັດ ​ແລະ ທັງ​ຮ້ອນ​ຄື​ອາຫານ​ເສ​ສວນ ​ແລະ ອາຫານ​ຈຸ່ງ​ກິ່​ງ, ທັງ​ມີ​ລົດ​ຫວານ​, ລົດ​ຈືດ ​ແລະ ລົດ​ຄາວ​ທີ່​ເປັນສີສັນພິ​ເສດ​ຂອງ​ອາຫານ​ອູ​ຮ້ານ, ທັງ​ມີ​ປູປາ ​ແລະ ກຸ້ງນ້ຳ​ຈືດ ທັງ​ມີ​ເຄື່ອງ​ປ່າ​ຂອງ​ດົງ​ເທິງ​ພູດ​ອຍ, ທັງ​ສາມາດ​ກິນ​ງານ​ລ້ຽງທີ່​ມີ​ສີສັນ​ຂອງ​ 3 ຮ່ອມ​ພູ ​ຢູ່​ໃນ​ໂຮງ​ແຮມ ທັງ​ສາມາດ​ກິນ​ຂະໜົມຢູ່ຮ້ານ​ອາຫານ​ນ້ອຍໆ​ຢູ່​ຕາມ​ຖະໜົນ​ຫົນທາງ. ລົດ​ຊາດ​ຂອງອາຫານ​ອີ໋ຊ່າງຕົ້ນຕໍ​ແມ່ນ "ລົດ​ເດີມຂອງ​ວັດຖຸ​ປຸງ​ແຕ່ງອາຫານ, ​ເຄັມ​ແລະ​ສົດ, ອ່າວ​ເຜັດ", ມີ​ສີສັນ​ພິ​ເສດ​ທ້ອງ​ຖິ່ນ​ຫຼາຍ. ງານ​ລ້ຽງ "ເກົ້າ​ຖ້ວຍ​ເກົ່າ" ມີ​ສີສັນ​ພິ​ເສດທ້ອງ​ຖິ່ນ​ທີ່​ສຸດ, ​ໃນ​ງານ​ລ້ຽງ​ປະກອບ​ດ້ວຍ​ອາຫານ​ເກົ້າ​ເຍື່ອງ ​​ເຊັ່ນ ລູກ​ຊີ້ນປາ, ຂົ້ວໜໍ່​ໄມ້​​​ແລະປາ​ມຶກ, ຕົ້ມກະ​ເພາະ​ແລະ​​ໝູມັນ​, ​ຕົ້ມ​ໄກ່​ນ້ອຍ​ໃສ່​ເຫັດ​ຫອມ ​ແລະ ລູກ​ຊີ້ນ​ໄຂ່​ມຸກ​ເປັນ​ຕົ້ນ, ລ້ວນ​ແຕ່​​ໃສ່ຢູ່​ໃນ​ຖ້ວຍ​ໃຫຍ່​, ​ເມື່ອ​ຈັດ​ວາ​ງ​ໂຕະ​ແລ້ວ​ຮູ້ສຶກ​ວ່າ ມີ​ບັນຍາກາດ​ຊົນນະບົດ​ອັນ​ເຂັ້ມ​ຂຸ້ນ.

ອາຫານ​ທີ່​ມີ​ຊື່​ສຽງ​ຂອງ​ອີ໋ຊ່າງ​ມີ, ໜຶ້ງປາ​ຕຸ້ຍກັບ​ໝູ​ມັນ, ນ້ຳ​ແກ​ງ​ໄຂ່​ມຸກ​ປາກ​ຮ່ອມ​ພູ, ຕົ້ມ​​ອ່ຽນລະດັບ​ເທບ,ຕົ້ມໄກ່​ເທວະ​ດາ ​ແລະ​ອື່ນໆ, ​ເມື່ອ​ທ່ານ​ໄປ​ຮອດ​​ເມືອງ​ອີ໋ຊ່າງ​ຢາ​ລືມ​ຊິມ​ເບິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ