ນະຄອນ​ຈຸ່ງກິ່ງ
2014-07-31 14:43:14  cri 

ນະຄອນ​ຈຸ່ງ​ກິ່ງ​ແມ່ນໜຶ່ງ​ໃນ​ກຳ​ແພງນະຄອນ 4 ​ແຫ່ງ​ຂອງ​ຈີນ, ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ​ແມ່ນ​ສູນ​ເສດຖະກິດ ​ແລະ ການ​ທະນາຄານ​ຂອງ​ເຂດ​ລ່ອງ​ແມ່​ນ້ຳ​ຢາງຊີ​ກຽງ. ນັບ​ແຕ່​ເດືອນ​ພະຈິກ​ປີ 2013, ຢູ່​ດ່ານ​ສະໜາມ​ບິນ​ສາກົນ​ຈ່ຽງ​ເປ​ຈຸ່ງ​ກິ່ງ​ເລິ່ມປະຕິບັດ​ນະ​ໂຍບາຍຍົກ​ເວັ້ນວິຊາ​ເປັນ​ເວລາ 72 ຊົ່ວ​ໂມງຕໍ່ 45 ປະ​ເທດ.

ອາຫານ​ຈຸ່ງ​ກິ່ງ​ຂຶ້ນ​ກັບ​ອາຫານ​ເສ​ສວນ, ​ແມ່ນ​ໜຶ່ງ​ໃນ​ອາຫານ 8 ທ້ອງ​ຖິ່ນ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ຈີນ, ​ໄດ້​ຂະໜານນາ​ມວ່າ "ອາຫານ​ຮ້ອຍ​ຢ່າງ​ລົດ​ຊາດຮ້ອຍ​ຢ່າງ". ຈຸດ​ພິ​​ເສດ​ຕົ້ນຕໍ​ຂອງ​ອາຫານ​ຈຸ່ງ​ກິ່ງ​ແມ່ນ​ມີ​ລົດຊາດ​ ​ແລະ ຮູບຊົງ​ຫຼາຍຢ່າງ, ໝາກ​ເຜັດ, ໝາກພິກ​ໄທ, ໝາກ​ແຄນ ​ແລະ ​ແຈ່ວ​ໝາກ​ຖົ່ວ​ແມ່ນ​​ເຄື່ອງປຸງ​​ຕົ້ນຕໍ, ອັດຕາສ່ວນທີ່​ຕ່າງ​ກັນ​ຂອງ​ເຄື່ອງປຸງ ​ເຮັດ​ໃຫ້​ລົດ​ຊາດ​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ. ອາຫານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງຈຸ່ງ​ກິ່ງ​ແມ່ນ​ສຸ​ກີຈຸ່ງ​ກິ່​ງ ​ເຊິ່ງ​ເລີ່​ມມີ​ຂຶ້ນ​ໃນ​ລາຊະວົງ​ຊິ່ງ, ອາຫານ​ທີ່​ມີ​ສີສັນ​ພິ​ເສດ​ອື່ນໆ​ຍັງ​ມີ, ຕົ້ມ​ປາ​ເຜັດ, ​ໝູ​ສາມ​ຊັ້ນທີ່​ຂົ້ວ​ສອງ​ເທື່ອ, ​​ເຝີ​ສົ້ມ​ເຜັດ​ ​ແລະ ​ເສັ້ນລົດ​ປາ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ