ເມື​ອງປາວ​ຈີ່
2014-07-31 14:43:14  cri 

​ເມືອງ​ປາວ​ຈີ່​ເປັນ​ເມືອງ​​ ​ທີ່​ມີ​ຊື່​ສຽງໃນປະຫວັດສາດ​ຂອງ​ຈີນ, ​ເປັນ​ບ້ານ​ເກີດ​ຂອງ​​ເຈົ້າ​ຢຽນຕີ້ ​ ​ໜຶ່ງ​ໃນ​ບັນພະ​ບຸລຸດ 2 ຄົນ​ທຳ​ອິດ​ຂອງ​ປະຊາ​ຊາດ​ຈີນ. ​ເມືອງ​ປາວ​ຈີ່ຍັງ​ມີຊື່​​ວ່າ  ​ຊີ່​ຝູ, ອາຫານ​ກິນ​ຫຼິ້ນ​ຊີ່​ຝູທີ່​ມີ​ຊື່​ສຽງ​​ໄດ້ມີ​ປະຫວັດ​ພັນ​ກວ່າ​ປີ​ແລ້ວ, ​ມີ​ທັງລົດ​ຊາດ​ຂອງ​ອາຫານ​ພື້ນ​ເມືອງຂອງ​ທ້ອງ​ຖິ່ນ​ຕ່າງໆ, ມີ​ທັງ​ລົດ​ຊາດ​ຂອງ​ຊົນ​ເຜົ່າ​ຕ່າງໆ, ກໍ​ໄດ້​ຂຸດ​ຄົ້ນ ​ແລະ​ສືບ​ທອດ​ອາຫານ​ກິນ​ຫຼິ້ນ​ໃນ​ພະ​ລາຊະ​ວັງ​ໃນ​ທຸກ​ສະ​ໄໝ, ສະ​ນັ້ນ ​ຈິ່ງໄດ້​ຊື່​ລື​ນາມ​ຍ້ອນ​ມີ​ຫຼາຍ​ປະ​ເພດ ​ແລະ​ຫຼາຍ​ລົດ​ຊາດ. ​ເປັນ​ໄຂ່​ມຸກ​ເຫຼື້ອມປະຈັກ​ຕາ​ໜ່ວຍ​ໜຶ່ງ​ໃນ​ຄັງ​ສາງ​ວັດທະນະທຳ​ປຸງ​ແຕ່ງອາຫານ​ຂອງຈີນ. ອາຫານ​ກິນ​ຫຼິ້ນ​ຊີ່ຝູມີ​ໝີ່​ສົ້ມ​ຫວານ​​ໃສ່​ໝູ​ກ້ອນ​ນ້ອຍ​ຊີ​ຊ່ານ, ໝີ່​ດຶງຊີ່​ຝູ, ຕົ້ມ​ເຕົ້າຮູ້​ແຊ່​ແປ້ງ​ໝີ່​ແຫ້ງ, ຕົ້ມ​ແປ້ງ​ໝີ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ