ເມືອງ​​ເຕ້​ຈິ​ວ
2014-07-31 14:43:14  cri 

 

ເມືອງ​​ເຕ້​ຈິ​ວເປັນ​ບ້ານ​ເກີດ​ຂອງ​ຊາວ​ຈີນຕ່າງ​ດ້າວ​ທີ່​ມີ​ຊື່​ສຽງຂອງ​ຈີນ, ກໍ​ເປັນ​ບ້ານ​ເກີດ​ຂອງ​ອາຫານ​​ເຕ້​ຈິ​ວ. ອາຫານ​​ເຕ້ຈິ​ວຂຶ້ນ​ຊື່​ລື​ນາມ​ຍ້ອນ​ການ​ປຸງ​ແຕ່ງອາຫານ​ທະ​ເລ ​ເຊິ່ງຈະ​ເລືອ​ກ​ເອົາ​ວັດຖຸ​ດິບ​ທີ່​ດີ, ວິທີປຸງ​ແຕ່ງ​ກໍ​ລະອຽດ​ພິຖີ​ພິຖັນ, ອາຫານຈາງ​ແຕ່​ບໍ່​ຈືດ, ສົດ​ແຕ່​ບໍ່​ຄາວ, ມັນ​ແຕ່​ບໍ່​ມັນ​ໂພດ. ຈຸດ​ພິ​ເສດ​ອີກ​ຢ່າງ​ໜຶ່ງ​ຂອງ​ອາຫານເຕ້ຈິ​ວ​ແມ່ນ​ຊ່າງ​ປຸງແຕ່ງອາຫານ​ຈຳພວກ​ຜັກ​ແລະ​ໝາກ​ໄມ້, ມີວິທີ​ປຸງ​ແຕ່ງ​ຫຼາຍ​ຢ່າງ​ໄດ້​ເຮັດ​ໃຫ້​ມີເອກະລັກ​ພິ​ເສດ​ຂອງ​ອາຫານ​ເຕ້ຈິ​ວ. ອົບ​ປີງ​ທະ​ເລ, ລວກ​ຫອຍ​ທະ​ເລ ລ້ວນ​ແຕ່​ເປັນ​ອາຫານ​ທີ່​ມີ​ຊື່​ສຽງ​ຂອງ​ອາຫານເຕ້​ຈິ​ວ. ນອກ​ນີ້, ອາຫານ​ເຕ້ຈິ​ວກໍ​ມີ​ອາຫານ​ກິນ​ຫຼິ້ນ​ຫຼາຍ​ຢ່າງ​ຫຼາຍ​ແນວ, ​ເຊິ່ງລວມທັງ​ລູກ​ຊີ້ນ​ງົວ​​ເຕ້ຈິ​ວ, ​ເຕົ້າຮູ້​​ແຫ້ງກູ່​ຊູ່​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ