ເມືອງ​ຮວງ​ຊ່ານ
2014-07-31 14:43:14  cri 

ເມືອງ​ຮວງ​ຊ່ານ​ຕັ້ງ​ຢູ່​ພາກ​ກາງຂອງ​ຈີນ, ​ໃນ​ເມືອງ​ຮວງ​ຊ່ານ​ມີ​ພູ​ຮວງ​ຊ່ານ​ທີ່​ມີ​ຊື່​ສຽງ, ​ເປັນ​​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ໃນ​ສາກົນ. ​ເມືອງຮວງ​ຊ່ານ​ກໍ​ເປັນ​ໜຶ່ງ​ໃນແຫຼ່ງກຳ​ເນີ​ດຂອງ​ວັດທະນະທຳ​ຮຸ່ຍ​ໂຈ່​ວ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ສາມ​ວັດທະນະທຳ​ທ້ອງ​ຖິ່ນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ​ໄດ້ສ້າງ​ນັກທຸລະກິດ​ຮຸ່ຍ​ໂຈ່​ວ​ທີ່​ມີ​ຊື່​ສຽງ​ມາ​ເປັນ​ເວລາ 500 ກວ່າ​ປີ ​ໃນ​ລາຊະວົງ​ມິງ ​ແລະ​ລາຊະວົງ​ຊິ່ງເມືອງ​ຫວງ​ຊ່ານ​ຖືກ​ເອີ້ນ​ວ່າ​ເປັນ "ບ້ານ​ເກີດ​ຂອງ​ອາຫານ​ຮຸ່ຍ​​ໂຈ່​ວຂອງ​ຈີນ". ວິທີປຸງ​ແຕ່ງອາຫານ​ຮຸ່ຍ​​ໂຈ່​ວ​ເອົາ​ໃຈ​ໃສ່​ໃນດ້ານຂົ້ວ, ອົບ, ໜຶ້ງ ​ແລະ​ຂົ້ວ​ໃສ່​ແປ້ງ​ສິງກະ​ໂປ, ພິຖີ​ພິຖັນ​ເລື່ອງ​ເຄື່ອງປຸງ​ ​ແລະ​ຄວາມ​ແຮງ​ຂອງ​ໄຟ, ສົ່ງ​ເສີມ​ແກງ​ແບບ​ດັ້ງ​ເດີມ​ແລະ​ລົດ​ຊາດ​ເດີມ​ຂອງ​ວັດຖຸ​ດິບ​ຂອງ​ອາຫານ, ​ເອົາ​ໃຈ​ໃສ່​ນຳ​ການ​ໃສ່​ນ້ຳມັນ​ແລະ​ສີ​ຂອງ​ອາຫານ. ​ເມື່ອ​ໄປ​ຮອດ​ເມືອງ​ຮວງ​ຊ່ານ​ແລ້ວ, ຕ້ອງ​ຊິ​ມອາຫານ​ທ້ອງ​ຖິ່ນ​ຕ່າງໆ ​ເຊັ່ນ ຕົ້ມ​ປາ​ໝັກ ຫຼື​ເອີ້ນ​ວ່າ ປາ​ເໝັນ​ຮຸ່ຍ​ໂຈ່​ວ, ​ແລະ​ອາຫານ​ປະ​ເພດ​ຕ່າງໆ​ທີ່​​ເຮັດ​ດ້ວຍ​ໜໍ່​ໄມ້​ໄຜ່ສົດ ຫຼື​ໜໍ່​ໄມ້​​ໄຜ່​ແຫ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ