ເມືອງ​ຄ່າ​ຍ​ເຟີ່​ງ
2014-07-31 14:43:14  cri 

ເມືອງ​ຄ່າ​ຍ​ເຟີ່​ງຕັ້ງ​ຢູ່​ພາກ​ກາງຂອງ​ຈີນ, ມີ​ປະຫວັດ​ສ້າງ​ເປັນ​ຕົວ​ເມືອງ​ມາ​ເປັນ​ເວລາ 2700 ກວ່າ​ປີ​ແລ້ວ. ສະ​ນັ້ນ ວັດທະນະທຳ​ອາຫານ​ຢູ່​ແຫ່ງ​ນີ້​ກໍ​ມີ​ປະຫວັດ​ດົນ​ນານ​ຄື​ກັນ, ​ເປັນ​ແຫຼ່ງກຳ​ເນີ​ດຂອງ​ອາຫານ​ເຮີ​ນານ​ຂອງ​ຈີນ. ຢູ່​​ເມືອງ​ຄ່າ​ຍ​ເຟີ​ງ, ອາຫານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ມີ ຂົ້ວ​ປາ​ໄນ​ສົ້ມ​ຫວານ​ໃສ່​ໝີ່, ​ຕົ້ມໄກ່​​ໃນ​ຖັງ ​​ເປັນ​ຕົ້ນ. ນອກ​ນີ້, ອາຫານ​ກິນ​ຫຼິ້ນ​ຂອງ​ເມືອງ​ຄ່າ​ຍ​ເຟີ່ງກໍ​ມີ​ຊື່​ສຽງ​ຫຼາຍ ​ແລະ​ມີ​ຫຼາຍ​​ເຍື່ອງ ຄື ກະລະ​ເປົາ​ນ້ອຍ, ອົບ​ປາ​ສີ​ເຫຼືອງ, ຊາ​ແກ່ນ​ໝາກກໍ່​ອານ​ມ້ອນ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ