ເມືອງ​ລານ​ໂຈ່​ວ
2014-07-31 14:43:14  cri 

​ເມືອງ​ລານ​ໂຈ່​ວ​ແມ່ນ​ເທດສະບານ​ແຂວງ​ພຽງ​ໜຶ່ງ​ດຽວ​ທີ່​ມີ​ແມ່​ນ້ຳ​ເຫຼືອງ​ໄຫຼ​ຜ່ານ​ໃຈກາງ​ເມືອງ​ຂອງ​ຈີນ, ​ເປັນ​ຕົວ​ເມືອງ​ໃຈກາງ​ແລະ​ຊຸມ​ທາງ​ທາງ​ພາ​ກຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ, ​ເປັນ​ຕົວ​ເມືອງ​ສຳຄັນ​ຕາມ "​ເສັ້ນທາງ​ສາຍ​ໄໝ" ​ເກົ່າ.

ອາຫານລານ​ໂຈ່​ວມີ​ຊື່ສຽງ​ໃນ​ທົ່ວ​ປະ​ເທດ​ຈີນ, ປີ 2010, ​ສະມາຄົມ​ປຸງ​ແຕ່ງອາຫານ​ຈີນ​ໄດ້​ຂະໜານ​ນາມ "ບ້ານ​ເກີດ​ຂອງ​ໝີ່​​ດຶງລານ​ໂຈ່​ວ" ​ໃຫ້​ແກ່​ເມືອງ​ລານ​ໂຈ່​ວ. ຕົ້ມ​ໝີ່​ໃສ່​ຊີ້ນ​ງົວ​ຂອງ​ລານ​ໂຈ່​ວມີ​ປະຫວັດ​ມາ​ເປັນ​ເວລາ 120 ​ປີ​ແລ້ວ ​ເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າຈີນ​ແລະ​ຕ່າງປະ​ເທດ ດ້ວຍ​​ແກງ​ໃສ, ຊີ້ນ​ນຸ້ມນວນ ​ແລະ​​ເສັ້ນ​ໝີ່​ແລບ. ນອກຈາກ​ອາຫານ​ໝີ່​ປະ​ເພດ​ຕ່າງໆ​ແລ້ວ, ຊີ້​ງົວ​ແລະ​ຊີ້ນ​ແກະ​ກໍ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ ​ເຊິ່ງມີຕົ້ມ​ຊີ້ນ​​ແກະທີ່ຈັບ​ກິນ​ດ້ວຍ​ມື, ປີ້ງຕີນ​ແກະ​ໃສ່​ພິ​ກໄທ ​ແລະ​ອື່ນໆ. ພ້ອມ​ກັນ​ນັ້ນ, ອາຫານ​ກິນ​ຫຼິ້ນ​ຂອງ​​ເມືອງ​ລານ​ໂຈ່​ວທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍຄື​ກັນ ​ຍັງ​ມີ​ເຂົ້າປຸ້ນ​ນ້ຽງພີ ​ແລະ​ອື່ນໆອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ