ເມືອງ​ຊີ່ຟູ້
2014-07-31 14:43:14  cri 

​ເມືອງ​ຊີ່​ຟູ້​ເປັນ​ບ້ານ​ເກີດ​ຂອງ​ຂົງຈື້ ນັກ​ປາດ,ນັກ​ປັດ​ຊະ​ຍາ, ນັກ​ການ​ສຶກສາ ​ແລະ​ຜູ້​ລິ​ເລີ່​ມປັດ​ຊະ​ຍາ​ສຳນັກຢູ໋ ທີ່​ຍິ່ງ​ໃຫຍ່​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ, ​ໄດ້​ຂະໜານ​ນາມວ່າ​ເປັນ "​ເຢລູຊາ​ເລັມ​ຕາ​ເວັນ​ອອກ".

ຍ້ອນ​ເປັນ​ບ້ານ​ເກີດ​ຂອງ​ຂົງຈື້, ອາຫານ​ຊີ່ຟູ້ຈິ່ງ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຂົງຈື້ຫຼາຍ. ອາຫານ​ຊີ່​ຟູ້ທີ່​ມີ​ຊື່​ສຽງ​ທີ່​ສຸດ​ແມ່ນ​ອາຫານຕ່າງໆ​ໃນ​ງານ​ລ້ຽງພຳນັກຂົງຈື້ ​ເປັນງານ​ລ້ຽງ​ລະດັບ​ສູງຂອງພຳນັກ​ຂົງຈື້​ໃນ​ສະ​ໄໝ​ກ່ອນ ​ເພື່ອຕ້ອນຮັບ​ແຂກ​ຜູ້​ມີ​ກຽດ ​ແລະ​ເພື່ອ​ສະຫຼອງ​ການເລື່ອນ​ຊັ້ນ​ເສນາ, ວັນ​ໄຫວ້ສຳຄັນ​ຕ່າງໆ, ສະຫຼອງ​ວັນ​ເກີດ, ຈັດ​ງານ​ດອງ ຫຼືງານ​ສົບ, ​ໃນ​ນັ້ນ ຊຸດ​ອາຫານ​ທີ່​ມີ​ລະດັບ​ສູງ​ສຸດ​ແມ່ນ​ຊຸດ​ອາຫານ​ເຜົ່າ​ມັງ​ຊູ​ແລະ​ເຜົ່າ​ຮັ້ນ ​ໃນ​ເວລາ​ຕ້ອນຮັບ​ເຈົ້າ​ຊີວິດ ​ແລະ​ເສນາ​ທີ່​ແຕ່ງ​ຕັ້ງ​ຈາກ​ຮ່ອງ​ເຕ້, 10 ຄົນ​ຕ້ອງ​​ໃຊ້​ເວລາ 4 ວັນ, ຈິ່ງ​ສາມາດ​ຊິ​ມອາຫານ 196 ​ເຍື່ອງ​ໃນ​ຊຸດ​ອາຫານ​ດັ່ງກ່າວ​ໃຫ້​ໝົດ. ວິທີ​ປຸງ​ແຕ່ງອາຫານ​ໃນ​ຊຸດ​ອາຫານ​ສຳນັກ​ຂົງຈື້ຕົ້ນຕໍ​ແມ່ນ ຈືນ, ຂົ້ວ ​ແລະ​ໜຶ້ງ, ອາຫານ​ທີ່​ມີ​ຊື່​ສຽງ​ມີ: ​ໜຶ້ງເປັດ​ເທວະດາ, ​ເທ​ວະດາ 8 ອົງ​ຂ້າມ​ຜ່ານ​ທະ​ເລ​ເນືອງ​ນັນ​ອໍລະຫັນ ​ແລະ​ອື່ນໆ. ອາຫານ​ກິນ​ຫຼິ້ນ​ຂອງ​ເມືອງ​ຊີ່ຟູ້​ເຕັມ​ໄປ​ດ້ວຍ​ເອກະລັກ​ພິ​ເສດ​ຂອງ​​ແຂວງຊ່ານ​ຕົ່ງ​ທີ່​ເຂັ້ມ​ຂຸ້ນ. ຂະໜົມຂອງ​ພຳນັກ​ຂົງຈື້​ແຮ່ງ​ບໍ່​ຕ້ອງ​ເວົ້າ​ແລ້ວ, ​ເຂົ້າໜົມ​ຈືນ​ຊີ່​ຟູ້ ​ແລະ​ເຕົ້າຮູ້​ຢ້າງ ກໍ​ເປັນ​ອາ​ຫານ​ກິນ​ຫຼິ້ນ​ທີ່​ຕ້ອງ​ຊິ​ມ​ໃນ​ເວລາ​ທ່ານ​ໄປ​ທ່ຽວ​ຊີ່​ຟູ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ