ເມືອງ​ຊວນ​ໂຈ່ວ
2014-07-31 14:43:14  cri 

 

​ເມືອງ​ຊວນ​ໂຈ່​ວ​ເປັນ​ນະຄອນ​ແຫ່ງ​ວັດທະນະທຳ​ອາຊີ​ຕາ​ເວັນ​ອອກ​ຂອງ​ຈີນ ​ແລະ​​ແມ່ນຈຸດ​ເລີ່​ມຕົ້ນ​ຂອງ​ເສັ້ນທາງ​ສາຍ​ໄໝ​​ເທິງ​ທະ​ເລ, ​ໄດ້​ຂະໜານ​ນາມວ່າ​ເປັນ "ທ່າ​ກ່ຳ​ປັ່ນ​ໃຫຍ່​ອັນ​ດັບ​ໜຶ່ງ​ຢູ່​ຕາ​ເວັນ​ອອກ".

ວັດທະນະທຳຫຼາຍ​ເຄົ້າ​ໄດ້​ເຊື່ອມ​ໂຍງ​ເຂົ້າກັນ​ຢູ່​ເມືອງ​ຊວນ​ໂຈ່​ວ, ອາຫານ​ຊວນ​ໂຈ່​ວກໍ​ໄດ້​ດູດ​ຊຶມ​ເອົາ​ທາດ​ບຳລຸງ​ຈາກ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ, ວັດທະນະທຳຟູຈ້ຽນ ​ແລະ​ວັດທະນະທຳ​​ທະ​ເລ, ​ແລ້ວ​ກາຍ​ເປັນ​ວັດທະນະທຳ​ອາຫານ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ເມືອງ​ຊວນ​ໂຈ່​ວ.

ນັບ​ແຕ່​ບູຮານ​ນະ​ການ​ມາ​ນີ້, ອາຫານ​ກິນ​ຫຼິ້ນ​ຂອງ​ເມືອງ​ຊວນ​ໂຈ່​ວກໍ​ມີ​ຊື່​ສຽງ​ທີ່​ສຸດ, ຂະໜົມຮູບ​ເຕົ່າລ້ານ​ປີ, ຂະ​ໜົມຮູບ​ເຕົ່າ​ທີ່​ເຮັດ​ດ້ວຍ​ເຂົ້າສານ, ຂະໜົມຮູບ​ຖ້ວຍ ​ແລະ​ອື່ນໆ, ມີ​ລົດ​ຊາດ​ຈາງ​ແລະ​ສົດນົວ. ປັດຈຸບັນ, ອາຫານ​ທຳ​ມະ​ດາ​ໃນ​ຄອບຄົວ​ຄົນ​ຊວນ​ໂຈ່ວທີ່​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ຮີດຄອງ​ປະ​ເພນີ​ຄ່ອຍໆຖືກ​ຄົ້ນ​ຄວ້າຄືນອີກ, ຊາວ​ຈີນຕ່າງ​ດ້າວ​ທີ່​ຕັ້ງ​ພູມລຳ​ເນົາ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ບ້ານ​ເກີດ ກໍ​ເພື່ອ​ຊອກ​ຫາ​ "ລົດ​ຊາດ​ໃນ​ຄວາມ​ຊົງ​ຈຳ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ