ເມືອງ​ຊ້າ​ວຊິ່ງ
2014-07-31 14:43:14  cri 

ເມືອງ​ຊ້າ​ວຊິ່ງຕັ້ງ​ຢູ່​ແຂວງ​ເຈີ້​ຈ່ຽງທີ່​ສວຍ​ງາມ​ແລະ​ມີ​ຊັບ​ໃນ​ດິນ​ສິນ​ໃນ​ນ້ຳ​ທີ່​ອຸດົມສົມບູນ ​ແລະ​ມີ​ປະຫວັດສາດ​ທີ່​ຍາວ​ນານ, ​ໄດ້​ຂະໜານ​ນາມວ່າ​ເປັນ "​ເມືອງ​ທີ່​ມີ​ວັດຖຸບູຮານ​ຢ່າງ​ຫຼວງ​ຫຼາຍ ​ແລະ​ອູ່​ເຂົ້າ​ອູ່​ນ້ຳ".

ອາຫານ​ຊ້າງ​ຊິງ​ມີ​ລົດ​ຊາດ​ແບບ​ພາກ​ໃຕ້​ແມ່​ນ້ຳ​ຢາງ​ຊ​ີກຽງ, ສ່ວນ​ຫຼາຍ​ແມ່ນ​ອາຫານ​ທີ່​ປຸງ​ແຕ່ງ​ດ້ວຍປາ, ກຸ້ງ, ​ໄກ່, ​ເປັດ, ປະ​ເພດ​ຖົ່ວ ​ແລະ​ປະ​ເພດ​ໜໍ່​ໄມ້​​​ໄຜ່, ​ວິທີ​ປຸງ​ແຕ່ງ​ມັກ​ໃຊ້​ແກງ​ແບບ​ດັ້ງ​ເດີມ, ​ໃສ່​ນ້ຳມັນ​ໜ້ອຍ, ບໍ່​ໃສ່​ໝາກ​ເຜັດ, ​ນ້ຳ​ແກງມີ​ລົດ ​ທີ່​ເຂັ້ມ​ຂຸ້ນ. ​ມັກ​ເອົາ​ເຄື່ອງ​ສົດ​ກັບ​ເຄື່ອງ​ດອງ​ ຫຼື​ແຮມ ມາ​ໜຶ້ງ ຫຼື​ຕົ້ມ​ນຳ​ກັນ, ​ແລະ​ສ່ວນ​ຫຼາຍ​ຈະ​ມັກ​​ໃສ່ເຫຼົ້າ​ຊ້າ​ວຊິງ​ເປັນ​ເຄື່ອງປຸງ, ສະ​ນັ້ນ ຈິ່ງມີ​ກິ່ນ​ຫອມ​ຫວນ. ​ເມື່ອ​ໄປ​ທ່ຽວ​ເມືອງ​ຊ້າ​ວຊິ່ງ, ຕ້ອງ​ຊິ​ມຂົ້ວ​​ໝູສາມ​ຊັ້ນ​ໃສ່​ຜັກ​ດອງ, ນີ້​ເປັນ​ອາຫານ​​ທີ່​ມີ​ຊື່​ສຽງ​ຂອງ​ເມືອງ​ຊ້າ​ວຊິ່ງ ​ເຊິ່ງປະຊາຊົນ​ມັກ​ແຕ່ງກິນ​ເລື້ອຍໆ, ຫອມ​ແລະ​ນົວ, ທັງ​ນຸ້ມອ່ອນ, ສົດ​ແຕ່​ບໍ່​ມັນ, ​ເປັນ​ອາຫານ​ຊ້າ​ວຊິງ​ທີ່​​ແທ້ໆ. ນອກ​ນີ້, ອາຫານ​ດອງ​ຊ້າ​ວຊິ່ງ​ກໍ​ມີ​ຊື່​ສຽງ​ຄື​ກັນ, ​ເຊັ່ນ ​ເປັດ​ດອງ, ຫ່າ​ນດອງ ​ແລະ​ຜັກ​ດອງ. ຍັງ​ມີ​ຕົ້ມໄກ່​ນ້ຳ​ໃສ, ກຸ້ງຂີ້​ເມົາ ຂອງ​ຊ້າ​ວຊິງ​ກໍ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ