ເມືອງ​ອີ໋ປິ່ນ
2014-07-31 14:43:14  cri 

​ເມືອງ​ອີ໋ປິ່ນ​ເປັນ​ເມືອງ​ວັດທະນະທຳ​ທີ່​ມີ​ຊື່​ສຽງ​​ໃນ​ປະຫວັດສາດຂອງ​ຈີນ, ຕັ້ງ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳ​ຢາງ​ຊີ​ກຽງ, ​ເປັນ​ຈຸດ​ເລີ່​ມຕົ້ນ​ຂອງ​ເສັ້ນທາງ​ສາຍ​ໄໝ​​ເສັ້ນໃຕ້. ​ເຫຼົ້າ​ອູ​ລຽງ​ເຢ້ ​ເຫຼົ້າ​ຂາວ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ກໍ​ຜະລິດ​ຢູ່​ແຫ່ງ​ນີ້, ສະ​ນັ້ນ, ອີ໋ປິ່ນ​ໄດ້​ຂະໜານ​ນາມ​ວ່າ​ເປັນ​ "ນະຄອນ​ເຫຼົ້າ​ຂາວ​ຂອງຈີນ".

ນອກຈາກ​ເຫຼົ້າ​ຂາວ​ອູ​ລຽງ​ເຢ້​ທີ່​ມີ​ຊື່​ສຽງ​ແລ້ວ, ອາຫານ​ທີ່​ແຊບນົວ​ຂອງ​ເມືອງ​ອີ໋ປິ່ນກໍ​ເປັນຕາ​ກິນ​ຫຼາຍ, ​ເຊັ່ນ: ໝີ່​​ໄໝ້​ອີ໋ປິ່ນ, ໝູ​ມັນ​ຫຼີຈ່ວງ, ໝູແຫ້ງ​ພິງຊ່ານ, ​ເຕົ້າຮູ້​​ແຫ້ງ​ນານ​ຊີ່, ​ເຂົ້າປຸ້ນ​ນ້ຳ​ຈຸ່ນລຽນ ​ແລະ​ອື່ນໆ. ຂະ​ແໜງ​ການ​ປຸງ​ແຕ່ງອາຫານ​ສຳ​ເລັດ​ຮູບ​ຂອງ​ເມືອງ​ອີ໋ປິ່ນ​ກໍ​ໄດ້​ເຕີບ​​ໃຫຍ່​ຂະຫຍາຍຕົວ​ເລື້ອຍໆ, ປັດຈຸບັນ, ມີ​​ເຕົ້າຮູ້​ແຫ້ງ​ເກືອບ​ຮ້ອຍ​ຍີ່​ຫໍ້​ຂອງ​​ເມືອງ​ນານ​ຊີ່ບໍ່​ພຽງ​ແຕ່​ໄດ້​ສົ່ງ​ໄປ​ຂາຍ​ຢູ່​​ແຫ່ງ​ຕ່າງໆພາຍ​ໃນ​ປະ​ເທດ​ຈີນ​ເທົ່າ​ນັ້ນ, ຍັງ​ສົ່ງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ, ​ເມືອງ​ນານຊີ່​ໄດ້​ກາຍ​ເປັນ​ແຫຼ່ງຜະລິດ​ເຕົ້າຮູ້​ແຫ້ງ​ສຳ​ເລັດ​ຮູບ​ທີ່​ມີ​ຊື່​ສຽງ​ໄປ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ