ບົດທີ 38 ຍ້າຍ​ເຮືອນ

 ຄຳ​ເຫັນ
 

ຖ້າອີງ​ຕາມ​ທັດສະນະ​ຄະຕິ​ມູນ​ເຊື້ອ​ເກົ່າ​ຂອງ​ຈີນ,ການ​ຍ້າຍ​ເຮືອນ​ ບໍ່​ແມ່ນ​ສິ່ງ​ທີ່​ຕາມ​ໃຈ​ຢ່າງ​ແນ່ນອນ.ກ່ອນ​ອື່ນ, ຕ້ອງ​ກວດ 黄历 ,​ເລືອກ​ໜຶ່ງ​ວັນ​ດີ. ​​ເລືອກ​ເວລາ​ກ່ອນ​ຕອນ​ທ່ຽງ​ດີ​ທີ່​ສຸດ,ດົນ​ທີ່​ສຸດ​ກໍ່ຕ້ອງ​ສຳ​ເລັດ​ກ່ອນ​ຕາ​ເວັນ​ຕົກ.​ເຂົ້າ​ເຮືອນ​ໃໝ່​ໃນ​ຕອນ​ຄຳ​ແມ່ນ​ບໍ່​ສິລິ​ມຸງຄຸນ.​​ໃນ​ມື້​ດຽວກັນ​ທີ່​ຍ້າຍ​ເຮືອນ​ ຕ້ອງ​ເວົ້າ​ຄຳ​ສິລະ​ມຸງຄຸນ​ສຸດ​ຄວາມ​ສາມາດ, ຊາວ​ຄອບຄົວໄຫ້ບໍ່​ໄດ້,​ໂມ​ໂຫບໍ່​ໄດ້, ຕີ​ດ່າ​ເດັກ​ນ້ອຍ​ບໍ່​ໄດ້,​ໃນ​ມື້​ດຽວ​ກັນ ​ທີ່​ຍ້າຍ​​ເຮືອນນອນ​​ເວັນ​ບໍ່​ໄດ້, ນອນ​​ເວັນ​ຢູ່​ເຮືອນ​ໃໝ່​ບໍ່​ໄດ້,ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ເປັນ​ປະ​ຍາດ​ງ່າຍ​ພາຍຫຼັງ​ມາ. ຕອນ​ຄ່ຳ​ມື້​ດຽວ​ກັນ​ຄວນ​ເຮັດ​ຂອງ​ຫວານ, ໝົດຄອບ ຄົວກິນ​ຮ່ວມ​ກັນ,ໝາຍ​ຄວາມ​ວ່າ​ໝົດ​ຄອບຄົວ​ເຕົ້າ​ໂຮມ​ກັນ​ແລະ​ສຸກ​ສຳລານ. ​ແຕ່​ວ່າ,ດຽວ​ນີ້​ມີ​ຄົນ​ໜ້ອຍ​ພິຖິພິຖັນ​ເຫຼົ່າ​ນີ້,ຍິ່ງ​ກວ່າ​ນັ້ນ​ມີ​ຄົນ​ໜ້ອຍ​ຮູ້​ຫຼັກ​ເກນ​ນີ້. ​ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ຫາ​ບໍລິສັດ​ຍ້າຍ​ເຮືອນ​ ທີ່​ອາ​ໄສ​ໄດ້​ແລະ​ມີ​ສັດທາ​ແລະ​ຊື່ສ​ຽງດີ.ນອກ​ນີ້,ພາຍຫຼັງ​ຍ້າຍ​ເ​ຮື​ອນຕ້ອງ​ເຊີນ​ເພື່ອນ​ມິດ​ຫຼື​ເພື່ອນ​ຮ່ວມ​ງານ​ມາ​ເຮືອນ​ກິນ​ເຂົ້າ,ອວຍ​ພອນ​ຍ້າຍ​​ເຮືອນ.