ເອົາ​ການ​ທະນຸ​ຖະໜອມ​ທາງ​ຈິດ​ໃຈ​ແລະ​​ເຕັກນິກ​ທັນ​ສະ​ໄໝ​ມາ​ສ້າງ​ໂຮງຮຽນ​ໃໝ່

(GMT+08:00) 2009-05-08 18:32:28 cri
-----------------------------------------------------------------------------------------------------------------

ໄພ​ແຜ່ນດິນ​ໄຫວຮຸນແຮງ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ເສ​ສວນ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ12​ພຶດສ​ະພາ​ປີ​ກາຍ​ນີ້​ເຮັດ​ໃຫ້​ຄົນ​ທ້ອງ​ຖິ່ນ​ນັ້ນ​ເສຍ​ບ້ານ​​ເຮືອນຂອງ​ຕົນ, ​ໂຮງຮຽນ​ຂອງ​ນັກຮຽນ​ທັງຫຼາຍ​ກໍ​ສູນຫາຍ​ໄປ​ນຳ. ປີ​ໜຶ່ງ​ຜ່ານ​ໄປ​ແລ້ວ, ​ເມື່ອ​ນັກ​ຂ່າວ​ກ້າວ​ເຂົ້າ​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ​​ພັດ​ເຫັນ​ວ່າ, ​ໃນ​ໂຮງຮຽນ​ຊົ່ວ​ຄາວ​ແລະ​ໂຮງຮຽນ​ທີ່​ສ້າງສາ​ຄືນ​ໃໝ່​ນັ້ນ​ມີ​ສຽງ​ອ່ານໜັງສື​ທີ່​ມ່ວນ​ຫູ​ດັງ​ຂຶ້ນ​ອີກ, ຢູ່​​ເທິງ​ໃບ​ໜ້າ​ຂອງ​ນັກຮຽນ​ທັງຫຼາຍ​ກໍ​ມີ​ຮອຍ​ຍິ້ມ​ອີກ​ເທື່ອ​ໜຶ່ງ. ​ໃນ​ລາຍການ ​ເສ​ສວນ​ທີ່​ຟື້ນ​ຟູ​ຄືນ​ໃໝ່​ເພື່ອ​ລະ​ລຶກ​ໄພ​ແຜ່ນດິນ​ໄຫວ​ເສ​ສວນ​ເກີດ​ຂຶ້ນ​ຄົບຮອບ​ໜຶ່ງ​ປີ​ ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ມີ​ຫົວ​ເລື່ອງ​ວ່າ: ເອົາ​ການ​ທະນຸ​ຖະໜອມ​ທາງ​ຈິດ​ໃຈ​ແລະ​ເຕັກນິກ​ທັນ​ສະ​ໄໝ​ມາ​ສ້າງ​ໂຮງຮຽນ​ໃໝ່.

ໂຮງຮຽນ​ມັດທະຍົມ​ເປ​ສວນ​ຕັ້ງ​ຢູ່​​ເມືອງ​ໝຽນຢາງ ເມືອງ​ທີ່​ປະສົບ​ໄພ​ໜັກໜ່ວງ​ທີ່​ສຸດ​ຂອງ​ແຂວງ​ເສ​ສວນ. ພາຍຫຼັງ​ໄພ​ແຜ່ນດິນ​ໄຫວ​ຜ່ານ​ໄປ7​ມື້, ນັກຮຽນ​ຂອງ​ໂຮງຮຽນ​ມັດທະຍົມ​ເປ​ສວນ​ໄດ້​ຍ້າຍ​ໄປ​ຮຽນ​ຕໍ່​ຢູ່​ສູນ​ອົບຮົມ​ແຫ່ງ​ໜຶ່ງ​ຂອງ​ວິ​ສາ​ຫະກິດ​ທີ່​ຢູ່​​ໃກ້. ທ່ານ​ຫຼີສົວອີ້ ຜູ້​ຮັບຜິດຊອບ​ໂຮງຮຽນ​ເປ​ສວນ​ກ່າວ​ວ່າ, ​ເດືອນ​ກັນຍາ​ປີ​ກາຍ​ນີ້, ມີ​ອາສາ​ສະໝັກ​ຫຼາຍ​ຄົນ​ທີ່​ມາ​ຈາກ​ວິທະຍາຄານ​ດົນຕີ​ມະຫາວິທະຍາ​ໄລ​ສ້າງ​ຄູ​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ມາ​ຊ່ວຍ​ສອນ​ໜັງສື​ຢູ່​ໂຮງຮຽນ​ເປ​ສວນ. ສະ​ນັ້ນ, ​ໂຮງຮຽນ​ດັ່ງກ່າວ​ຈິ່ງລອງ​ເປີດ​ຫຼັກສູ​ດສິນລະປະ ​ເຊັ່ນ ດົນຕີ, ວິຈິດ​ຕະກຳ​ແລະ​ອື່ນໆ ​ເພື່ອ​ໃຫ້ການ​ສຶກສາ​ສຸຂະພາບທາງ​ຈິດ​ໃຈ​ຕໍ່​ນັກຮຽນ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>