ເອົາການທະນຸຖະໜອມທາງຈິດໃຈແລະເຕັກນິກທັນສະໄໝມາສ້າງໂຮງຮຽນໃໝ່
-----------------------------------------------------------------------------------------------------------------
ທ່ານຫຼີເຊອີ້ ຜູ້ຮັບຜິດຊອບໂຮງຮຽນມັດທະຍົມເປຊ່ວນບອກໃຫ້ຮູ້ວ່າ, ປັດຈຸບັນ,ພາກສ່ວນກ່ຽວຂ້ອງພວມວາງແຜນສ້າງຕຶກໂຮງຮຽນທີ່ທັນສະໄໝໃໝ່ຫຼັງໜຶ່ງ,ເພື່ອສ້າງສະພາບແວດລ້ອມການຮຽນທີ່ດີໃຫ້ແກ່ພວກນັກຮຽນ.
ໃນຕອນເກີດແຜ່ນດິນໄຫວ,ແຂວງເສສວນມີໂຮງຮຽນ1ໝື່ນ3ພັນກວ່າແຫ່ງມີຄວາມເສຍຫາຍໃນລະດັບຕ່າງກັນ. ໃນໜຶ່ງປີມານີ້,ວຽກງານການສຶກສາຂອງແຂວງເສສວນໄດ້ຟື້ນຟູດ້ວຍຄວາມໄວທີ່ເຮັດໃຫ້ຄົນດີໃຈນຳ, ໃນມື້ທີ 2 ຫຼັງເກີດແຜ່ນດິນໄຫວ,ສຽງອ່ານປື້ມທີ່ຫາຍໄປໃນແຜ່ນດິນໄຫວຈິ່ງໄດ້ດັງຂຶ້ນຄືນໃໝ່ໃນຕູບຜ້າເຕັ້ນຜືນໜຶ່ງຂອງເມືອງຕູ່ຈ່ຽງອ້ຽນທີ່ເປັນ ເຂດປະສົບໄພຮຸນແຮງ,ບໍ່ຮອດ 4 ເດືອນ,ໂຮງຮຽນທຸກແຫ່ງຢູ່ເຂດປະສົບໄພກໍ່ໄດ້ຟື້ນຟູການຮຽນການສອນໃນເຮືອນທີ່ສ້າງດ້ວຍແປ້ນ ຫຼື ຕຶກໂຮງຮຽນທີ່ສ້ອມແປງແລ້ວ,ການອົບຮົມທາງຈິດໃຈ ແລະ ສຸຂະພາບທາງຈິດຖືກຈັດເຂົ້າໃນການສຶກສາສາມັນ,ອີງຕາມແຜນການ,ກ່ອນວັນທີ 1 ກັນຍາປີນີ້ໂຮງຮຽນສ່ວນຫຼາຍຈະຟື້ນຟູການຮຽນການສອນປົກກະຕິຢູ່ຕຶກອາຄານທີ່ຖາວອນ.

ໃນເວລາເກັບກຳຂໍ້ມູນ,ນັກຂ່າວໄດ້ເຫັນຕຶກໂຮງຮຽນທີ່ສ້າງຄືນໃໝ່ຫຼາຍແຫ່ງພວມເລັ່ງລັດສ້າງສາ. ໂຮງຮຽນປະຖົມຊ້ຽງເອີ໋ ທີ່ຢູ່ພາກຕາເວັນອອກສຽງເໜືອຂອງເມືອງຕູ່ຈ່ຽງອ້ຽນກໍ່ແມ່ນໂຮງຮຽນແຫ່ງໜຶ່ງ.
ຢູ່ບ່ອນສ້າງໂຄງການ,ເຫັນກຳມະກອນຫຼາຍຮ້ອຍຄົນພວມເຮັດວຽກຢູ່. ໂຮງຮຽນປະຖົມຊ້ຽງເອີ໋ທີ່ພວມສ້າງຢູ່ແມ່ນໂຮງຮຽນທີ່ເຮັດດ້ວຍໄມ້ໝົດແຫ່ງທຳອິດຂອງຈີນ,ຕົ້ນໄມ້ທັງໝົດກໍ່ມາຈາກການຊ່ວຍເຫຼືອລ້າຂອງການາດາ. ທ່ານຈ່າງພີງ ຜູ້ຮັບຜິດຊອບໂຄງການສ້າງສາຄືນໃໝ່ຫຼັງໄພຂອງຫ້ອງການສຶກສາທິການເມືອງຕູ່ຈ່ຽງອ້ຽນ ແຂວງເສສວນບອກໃຫ້ຮູ້ວ່າ,ໂຮງຮຽນປະຖົມຊ້ຽງເອີ໋ຖືກທຳລາຍຢ່າງຮ້າຍແຮງໃນແຜ່ນດິນໄຫວ,ສະນັ້ນ,ອົງການປົກຄອງທ້ອງຖິ່ນຈິ່ງເລືອກປ່ຽນສະຖານທີ່ກໍ່ສ້າງຄືນໃໝ່. ປັດຈຸບັນ,ໂຄງປະກອບຫຼັກຂອງຕຶກການຮຽນການສອນ ແລະ ຕຶກຫໍພັກຂອງນັກຮຽນໄດ້ສ້າງສຳເລັດແລ້ວ. "ໂຮງຮຽນປະຖົມຊ້ຽງເອີ໋ຈະສ້າງສຳເລັດໝົດໃນວັນທີ 30 ກໍລະກົດປີນີ້,ແລະຈະໃຊ້ໃນເວລາເປີດຮຽນໃນລະດູໃບໄມ້ຫຼົ່ນ."
ເນື້ອທີ່ກໍ່ສ້າງຂອງຕຶກໂຮງຮຽນຊ້ຽງເອີ໋ມີ5ພັນຕາແມັດ,ລວມທັງຕຶກຫ້ອງຮຽນ,ຕຶກຫໍພັກ,ຫອ້ງອາຫານ ແລະ ສະໜາມກິລາເປັນຕົ້ນ. ຫຼັງຈາກສ້າງສຳເລັດແລ້ວຈະສາມາດບັນຈຸນັກຮຽນໄດ້540 ຄົນ.ລະບົບຮັບປະກັນແຜ່ນດິນໄຫວຂອງໂຮງຮຽນໄດ້ໃຊ້ມາດຕະຖານສູງສຸດຂອງວັດຖຸຂອງຈີນ.

