ເອົາການທະນຸຖະໜອມທາງຈິດໃຈແລະເຕັກນິກທັນສະໄໝມາສ້າງໂຮງຮຽນໃໝ່
-----------------------------------------------------------------------------------------------------------------
ນາງຈ່າງຈູຈຸ່ນ ນັກສຶກສາປີສາມຂອງມະຫາວິທະຍາໄລສ້າງຄູນະຄອນຫຼວງປັກກິ່ງທີ່ມາສອນໜັງສືຢູ່ທີ່ນັ້ນບອກນັກຂ່າວວ່າ, ຫວ່າງມໍ່ໆນີ້, ນາງພວມຝຶກຫຼິ້ນປີອາໂນທີ່ມີຊື່ວ່າ ອິງຮວາເພື່ອຈະສອນໃຫ້ນັກຮຽນ. ນາງເວົ້າວ່າ, ຫວັງໃຫ້ດົນຕີສາມາດເຮັດໃຫ້ເດັກນ້ອຍຢູ່ເຂດປະສົບໄພມີຄວາມໝັ້ນໃຈແລະມີຄວາມມ່ວນຊື່ນຄືນໃໝ່.

ພວກເຮົາອາຍຸສູງກວ່ານັກຮຽນພຽງແຕ່3,4ປີເທົ່ານັ້ນ, ຮູ້ສຶກວ່າສາມາດຫຼິ້ນນຳກັນໄດ້. ແຕ່ກ່ອນຮຽນດົນຕີມີແຕ່ເຫັນວ່າດົນຕີແມ່ນວິທີຜ່ອນຄາຍອາລົມຂອງຕົນເທົ່ານັ້ນ, ແຕ່ເມື່ອພວກເຮົາມາຮອດແຫ່ງນີ້ແລ້ວຈິ່ງເຫັນວ່າດົນຕີສາມາດຜູກພັນພວກເຮົາຢ່າງສະໜິດແໜ້ນ.
ທີ່ຈິງແລ້ວ, ຄວາມປາຖະໜາອັນບໍລິສຸດຜຸດຜ່ອງຂອງເດັກນ້ອຍທີ່ຢູ່ເຂດປະສົບໄພບໍ່ໄດ້ຈາງຫາຍໄປຍ້ອນໄພແຜ່ນດິນໄຫວທີ່ເກີດຂຶ້ນຢ່າງກະທັນຫັນ, ເຂົາເຈົ້າຍິ່ງມີຄວາມຫວັງທີ່ໝັ້ນຄົງກວ່າເກົ່າ. ນາງກົວຕຸ່ງເໝີຍ ອາຍຸ16ປີເສຍຂາເບື້ອງຊ້າຍຂອງຕົນຍ້ອນແຜ່ນດິນໄຫວ. ນາງບອກນັກຂ່າວວ່າ, ຄວາມຫວັງທີ່ໃຫຍ່ທີ່ສຸດຂອງນາງໃນປະຈຸບັນແມ່ນຢາກເປັນນາຍໝໍໃນອະນາຄົດ, ເພື່ອຊ່ວຍເຫຼືອຜູ້ທີ່ມີຄວາມຕ້ອງການ. ນາງເວົ້າວ່າ:
ຂ້ອຍຢາກເປັນນາຍໝໍ, ເພາະວ່າຂ້ອຍຮູ້ສຶກວ່າເປັນນາຍໝໍດີຫຼາຍ, ນາຍໝໍສາມາດຊ່ວຍເຫຼືອຄົນອື່ນ, ຊ່ວຍຄົນເຈັບໃຫ້ດີຂຶ້ນ.


