蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ມີ​ຄວາມ​ຄິດ​ທີ່​ດີ​ຕໍ່​ການ​ປັບ​ປຸງ​ສະ​ພາບ​ນິ​ເວດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ໃນເຂດ​ມົງ​ໂກ​ໃນ

2019-03-06 14:52:11 CRI

图片默认标题_fororder_964331594

图片默认标题_fororder_1666419602

ຕອນ​ບ່າຍ​ວັນ​ທີ 5 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ເຂົ້າ​ຮ່ວມພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຮ່ວມ​ກັບ​ຜູ້​ແທນ​ໃນຄະ​ນະ​ຜູ້​ແທນ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ ເຊິ່ງ​ທ່ານ​ເອງ​ກໍ​ເປັນ​ໜຶ່ງ​ໃນ​ຜູ້​ແທນ​ໃນ​ຄະ​ນະ​ດັ່ງ​ກ່າວ. ທ່ານ​ໄດ້​ໃຫ້​ທິດ​ຊີ້​ນຳ ແລະ ທັດ​ສະ​ນະ​ທີ່ໜັກ​ແໜ້ນ ແລະ ຈະ​ແຈ້ງ​.

ທ່ານ​ສີ​ຈິ້ນ​ຜິງ​ເຫັນ​ວ່າ, ໃນ​ໄລ​ຍະ​ທີ່​ເສດ​ຖະ​ກິດ​ຈີນ​ຈາກ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ຫັນ​ມາ​ເປັນ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ການ​ປ້ອງ​ກັນ​ແລະກຳ​ຈັດມົນ​ລະ​ພິດ ແລະ ການ​ອະ​ນຸ​ລັກສິ່ງ​ແວດ​ລ້ອມ​ແມ່ນວຽກ​ງານສຳ​ຄັນ​ຢ່າງ​ໜຶ່ງ​ທີ່​ຕ້ອງ​ແກ້​ໄຂ. “ພວກ​ເຮົາ​ຕ້ອງ​ມີ​ມາ​ນະ​​ອົດ​ທົນ, ຂ້າມ​ສິ່ງ​ກີດ​ຂວາງ​ເຫຼົ່າ​ນີ້. ຕ້ອງ​ມີ​ຄວາມ​ເຄັ່ງ​ຄັດ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ນິ​ເວດ, ຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ບໍ່​​ທໍ້​ຖອຍ ແລະ ບໍ່​ມີ​ກໍ​ລະ​ນີ​ພິ​ເສດ.” ບໍ່​ຄວນ​ມີ​ຄວາມ​ຄິດ​ທີ່​ຢາກ​ສະ​ແຫວງ​ຫາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ ຍ້ອນ​ວ່າ​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ພົບ​ຄວາມ​ຫຍຸ້ງ​ຍາກ, ຈົນ​​ໄປ​ແຕະ​ຕ້ອງ​ຂີດ​ເສັ້ນ​ຕ່ຳ​ສຸດ​ແຫ່ງ​ການ​ອະ​ນຸ​ລັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ນິ​ເວດ.

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ອອກ​ມາ​ວ່າ, ສ້າງ​ເຂດ​ມົງ​ໂກ​ໃນ​ເປັນ​​ແນວ​ກັ້ນ​ປ້ອງ​ກັນ​ນິ​ເວດ​ທີ່​ສຳ​ຄັນ​ຢູ່​ທາງ​ພາກ​ເໜືອ​ຂອງ​ຈີນ ແມ່ນ​ທີ່​ຕັ້ງ​ຍຸດ​ທ​ະ​ສາດ​ທີ່​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ປະ​ເທດ​ຈີນ ແລະ ກໍ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ຍິ່ງ​ຂອງ​ມົງ​ໂກ​ໃນ. ເພື່ອ​ເຮັດ​ໃຫ້​ເຂດ​ມົງ​ໂກ​ໃນ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ສີຂຽວ, ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ຂໍ້​ສະ​ເໜີ​​ດັ່ງ​ນີ້:

--ໂດຍ​ພິ​ຈາ​ລະ​ນາ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ການ​​ອະ​ນຸ​ລັກ​ຮັກ​ສາສິ່ງ​ແວດ​ລ້ອມ​ນິ​ເວດ​​ຢ່າງ​ກົມ​ກຽວ​ກັນ, ພະ​ຍາ​ຍາມ​ຄົ້ນ​ຄວ້າ​ຊອກ​ຫາ​ເສັ້ນ​ທາງ​ໃໝ່​ທີ່​ສອດ​ຄ່ອງ​ກັບ​ທີ່​ຕັ້ງ​ຍຸດ​ທະ​ສາດ ແລະ ສ່ອງ​ແສງ​ເຖິງ​ເອ​ກະ​ລັກ​ພິ​ເສດ​ຂອງ​ເຂດ​ມົງ​ໂກ​ໃນ.

--ການ​​ອະ​ນຸ​ລັກທົ່ງ​ຫຍ້າ​ແລະ​ປ່າ​ໄມ້​ແມ່ນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ໃນ​ກາ​ນ​ອະ​ນຸ​ລັກລະ​ບົບ​ນິ​ເວດ​ຂອງ​ເຂດ​ມົງ​ໂກ​ໃນ. ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ພາຍ​ໃນ​ຂອງ​ລະ​ບົບ​ນິ​ເວດ, ຍຶດ​ໝັ້ນ​​ໂດຍຖື​ເອົາ​ການ​ຟື້ນ​ຟູ​ທຳ​ມະ​ຊາດ​ເປັນ​ຕົ້ນ​ຕໍ, ປະ​ຕິ​ບັດ​ງານ​ຕາມ​ສະ​ພາບ​ຕົວ​ຈິງ ແລະ ໃຊ້​ນະ​ໂຍ​ບາຍ​ຕ່າງໆ​ຕາມ​ແຕ່​ລະ​ປະ​ເພດ, ຕ້ອງ​ປະ​ຕິ​ບັດ​ໂດຍ​ມີຈຸດ​ສຸມ, ເປັນ​ລະ​ບົບ ແລະ ມີ​ປະ​ສິດ​ທິ​ຜົນຍາວ​ນານ.

--ຕ້ອງ​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ເຄັ່ງ​ຮ້ອນ​ທີ່​ມີ​ຫາງ​ສຽງ​ຮຸນ​ແຮງ ເຊິ່ງ​ເປັນ​ຄວາມ​ຕ້ອງ​ການ​ດ່ວນ​ໃນ​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ເພື່ອ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ​ທັງ​ແມ່ນ​ໜ້າ​ທີ່​​ອັນຮີບ​ດ່ວນ​ໃນ​ການ​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ.

图片默认标题_fororder_2034876799

ທ່ານ​ສີ​ຈິ້​ນ​ຜິງ​ເອົາ​ໃຈ​ໃສ່​ຕໍ່​ບັນ​ຫາ​ລະ​ອຽດ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ມົງ​ໂກ​ໃນ

ທ່ານ​ສີ​ຈິ້​ນ​ຜິງ​ເອົາ​ໃຈ​ໃສ່​ຕໍ່​ບັນ​ຫາ​ລະ​ອຽດ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ສ້າງ​​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ແທນ​ທັງຫຼາຍ. ເມື່ອ​ໄດ້​ຍິນ​ທ່ານ

ຢ​ວີ​ລີ້​ຊິນ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮູ​ລຸນ​ເບວ​ເວົ້າ​ວ່າ, ຍ້ອນ​ວ່າ​ນະ​ຄອນ​ຕົນ​ໄດ້​ປະ​ຕິ​ບັດ​ໂຄງ​ການ​ອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ທຳ​ມະ​ຊາດ, ກຳ​ມະ​ກອນ​​ໃນຂະ​ແໜງ​ການ​ປ່າ​ໄມ້ 26.300 ຄົນ​ໄດ້​ປະ​ຖິ້ມ​ຂວານ, ຈາກ​ກຳ​ມະ​ກອນ​ຟັນ​ໄມ້​ກາຍ​ເປັນ​ກຳ​ມະ​ກອນ​ບົວ​ລະ​ບັດ​ປ່າ​ໄມ້. ທ່ານ​ສີ​ຈິ້ນ​ຜິງ​ເລີຍ​ຖາມ​ວ່າ, ສະ​ພາບ​ການ​ເຮັດ​ວຽກ​ຂອງ​ກຳ​ມະ​ກອນ​ເຫຼົ່າ​ນີ້​ເປັນ​ແນວ​ໃດ.

ຫຼັງ​ກອງ​ປ​ະ​ຊຸມ, ທ່ານ​ອູ​ຢຸນ​ໂປ່ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນເຜົ່າ​ມົງ​ໂກນບອກ​ກັບ​ນັກ​ຂ່າວ​ວ່າ: “ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ຟັງ​ການ​ປະ​ກອບ​ຄຳ​ເຫັນ​ຢ່າງ​ຈິງ​ຈັງ! ທ່ານ​ຍັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ເວົ້າ​ແບບ​ຕະຫຼົກ​ ແລະ ສະ​ແດງ​ຄວາມ​ເຫັນ​ດີ​ຕໍ່​ສະ​ຫະ​ກອນ​ພວກ​ເຮົາ ໂດຍ​ກ່າວ​ວ່າ, ສະ​ຫະ​ກອນ​ແບບ​ນີ້​ຄວນ​ມີຫຼາຍ​ຂຶ້ນ, ຄວນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ສະ​ຫະ​ກອນ​ແບບ​ນີ້​ຢ່າງ​ຍືນ​ຍົງ.”

 

图片默认标题_fororder_142950881

ວັນ​ທີ 5 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງເຂົ້າ​ຮ່ວມ​ການ​​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ຄະ​ນະ​ຜູ້​ແທນ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ​ໃນກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຄັ້ງ​ທີ 2 ​ສະ​ໄໝ​ທີ 13

图片默认标题_fororder_783913010

ທ່ານຢ​ວີ​ລີ້​ຊິ່ນ

图片默认标题_fororder_2100433891

ທ່ານ​ອູ​ຢຸນ​ໂປ່​​ນຸ່ງ​ຊຸດ​ຊົນ​ເຜົ່າ

ຄຳ​ເຫັນ

0