黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະພຸດທະ​ຮູບ​ເລີ້​ຊ່ານ​ປະຕິສັງຂອນ​ສຳ​ເລັດ​ແລ້ວ

2019-04-02 17:22:25 CRI

图片默认标题_fororder_1210097200_15541284683181n

ພະພຸດທະ​ຮູບ​ເລີ້​ຊ່ານ ຢູ່​ແຂວງ​ເສສວນ​ໄດ້​ຮັບ​ການ​ປະຕິສັງຂອນ​ຢ່າງ​ສຳ​ເລັດ​ຜົນຮຽບຮ້ອຍ​ແລ້ວ​​ ​​ແລະ​ໄດ້​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​​ເຂົ້າທ່ຽວຊົມ​ຕາມ​ເສັ້ນທາງ​ຂຶ້ນລົງ​ຕາມໜ້າ​ຜາ​ທີ່​ສູງ​ຊັນ ​ແລະ ​ແທ່ນ​​ພະ​ບາດອີກຄັ້ງ​ນັບ​ແຕ່​ວັນ​ທີ 1 ​ເມສາ​ນີ້​ເປັນຕົ້ນ​ໄປ. ນັບ​ແຕ່​ວັນ​ທີ 8 ຕຸລາ​ປີ 2018 ຫາ​ທ້າຍ​ເດືອນ​ມີນາ​ຜ່ານ​ມາ, ນັກວິທະຍາສາດ​ດ້ານ​ການ​ອະນຸລັກ​ວັດຖຸບູຮານ​ແລະ​ນາຍ​ຊ່າງ ​ໄດ້​ດຳ​ເນີນ​ການ​ກວດກາ​ແລະປະຕິສັງຂອນ​ບ່ອນ​ແຕກ​ແຫງຢູ່​ພະ​ອຸຣະ (ສ່ວນ​ອົກ) ​ແລະ ພະນາ​ພີ​ (ສ່ວນ​ທ້ອງ) ຂອງ​ພະພຸດທະ​ຮູບ​ເລີ້ຊ່ານ.

ພະພຸດທະ​ຮູບ​ເລີ້​ຊ່ານ​ເປັນ​ພະພຸດທະ​ຮູບ​ອົງ​ນັ່ງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​ປັດຈຸບັນ ​ໂດຍ​​ ມີ​ຄວາມ​ສູງ 71 ​ແມັດ, ​ໄດ້​ແກະສະຫຼັກຫີນ​ຜາ​ໃນລະຫວ່າງ​ ຄສ 713-803 ​ເຊິ່ງ​ເປັນ​ສະ​ໄໝ​ລາຊະວົງ​ຖັງ​ຂອງ​ຈີນ.

图片默认标题_fororder_1210097200_15541284682521n

 

图片默认标题_fororder_1210097200_15541284682791n

ຄຳ​ເຫັນ

0