吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ລາວ​ເດີນທາງ​ຢ້ຽມຢາມ​ບ້ານ​ເສ້​ຍຊີ​ແຂວງ​ຟູ​ຈ້ຽນຈີນ

2019-04-30 16:45:57 cri

ຕອນ​ເຊົ້າ​ວັນ​ທີ 29 ​ເມສາ​ນີ້, ທ່ານ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ​ໄດ້​ເດີນທາງ​ຢ້ຽມຢາມ​ບ້ານ​ເສ້​ຍຊີ​ຕາ​ແສງ​​ເສ້​ຍປາຍ​ເຊີ​ເມືອງ​ຟູ​ອ່ານ​ນະຄອນ​ນິງ​ເຕີ​ແຂວງ​ຟູ​ຈ້ຽນຈີນ.

ບ້ານ​ເສ້​ຍຊີ​ຕັ້ງ​ຢູ່​ເຂດ​ທີ່​ອ້ອມ​ຮອບ​ໄປ​ໂດຍ​ໜອງ​ນ້ຳ ​ແລະ​ສາຍພູ​ເປັນ​ເຂດ​ຈັດ​ສັນ​ໃຫຍ່​ທີ່​ສຸດ​ຂອງ​ຊາວ​ຫາ​ປາ​ຢູ່​ພາກ​ຕາ​ເວັນອອກ​ແຂວງ​ຟູ​ຈ້ຽນ. ກ່ອນ​ນີ້ 20 ກວ່າ​ປີ, ປະຊາຊົນ​ທ້ອງ​ຖິ່ນ​ບໍ່​ມີ​ເຮືອນ​ຢູ່​ ພຽງ​ອາ​ໄສ​ຢູ່​ເຮືອ​ແພ​ເທິງ​ທະ​ເລ. ​ໃນ​ຄວາມ​ຊົງ​ຈຳ​ຂອງ​ປະຊາຊົນ​ຄາວ​ນັ້ນ, ການ​ມີ​ເຮືອນ​ຢູ່​ເຖິງ​ບົກ​ໄດ້​ເປັນຄວາມ​​ໃຝ່ຝັນ​​ໃຫຍ່​ທີ່​ສຸດ.

​ໃນ​ເວລາ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ເຮັດ​ວຽກ​ຢູ່​ແຂວງ​ຟູ​ຈ້ຽນ ທ່ານ​ໄດ້​ໄປ​ຊອກ​ຮູ້​ສະພາບ​ຄວາມທຸກ​ຍາກ​ຢູ່​ພາກ​ຕາ​ເວັນ​ອອກ​ແຂວງ​ຟູ​ຈ້ຽນ ຄື: ບ້ານ​ເສ້​ຍຊີ ​ແລະ​ບ້ານ​ອື່ນໆ​ຫຼາຍ​ເທື່ອ ​ແລະ​ໄດ້​ສະ​ເໜີ​ທິດ​ຊີ້​ນຳ​ເພື່ອ​ໃຫ້​ຊາວ​ຫາ​ປາ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໂດຍ​ການຈັດ​ສັນ​ຍົກຍ້າຍ​ຖິ່ນ​ທີ່ຢູ່​ອາ​ໄສ​ຂອງ​ຊາວ​ຫາ​ປາ​ໄປ​ຢູ່​ເທິ​ງບົກ, ມີ​ເຮືອນ​ຢູ່ ​ແລະ​ສ້າງ​ຄວາມ​ຮັ່ງມີ. ປັດຈຸບັນ​ນີ້, ຊາວ​ຫາ​ປາ​ຫຼາຍ​ກວ່າ 3000 ຄົນ​ບໍ່​ພຽງ​ແຕ່ຖືກ​ຈັດ​ສັນ​ຍົກຍ້າຍ​ໄປ​ຢູ່​ເທິງ​ບົກ​ເທົ່າ​ນັ້ນ, ​ເຂົາ​ເຈົ້າ​ຍັງ​ມີ​ເຮືອນ​ພັກ​ທີ່​ແໜ້ນໜາ​ອີກ​ດ້ວຍ. ນອກ​ນີ້​ຍັງ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ​ກວ່າ 2 ໝື່ນ​ຢວນຕໍ່​ປີ​ໂດຍ​ສະ​ເລ່ຍ ​ເຊິ່ງຕ່າງ​ຈາກ​ເມື່ອ​ກ່ອນ​ທີ່​ລາຍ​ຮັບ​ບໍ່​ເຖິງ 1000 ຢວນ.

ບົດບາດ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ຊຸກຍູ້​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ທ່ານ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ທ່ານ​ກ່າວ​ວ່າ: ມື້​ນີ້​ຂ້າພະ​ເຈົ້າ​ໄດ້​​ເດີນທາງ​ມາ​ເຖິງ​ບ້ານ​ເສ້​ຍຊີ ​ແລະ​ໄດ້​ເຫັນ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ເຫັນ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ປະຊາຊົນ​ພາຍ​ໃຕ້​ການ​ນຳ​ພາຕາ​ມທິດ​ສະ​ດີກາ​ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ທ່ານ​ສີຈິ້ນ​ຜິ​ງ. ຂ້າພະ​ເຈົ້າ​ຈະ​ຕ້ອງ​ຖອດ​ຖອນ​​ເອົາ​ບົດຮຽນ​ດ້ານ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຂອງ​ຈີນ​ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປະຕິວັດ​ຢູ່​ລາວ.

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ລາວ​ມີ​ຄວາມ​ໃຝ່ຝັນ​ໃນ​ການ​ພັດທະນາ ​ແລະ​ຢາກ​ໃຫ້​ປະຊາຊົນ​ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​​ມທຸກ​ຍາກ ​ແລະ​ມີ​ຄວາມ​ຜາ​ສຸກ​​ໂດຍ​ໄວ. ສອງ​ພັກ-ສອງ​ລັດ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສົບ​ການ​ໃນ​ການ​ບໍລິຫານ​ລັດ ​ແລະ​ປົກຄອງ​ປະ​ເທດ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ.

ຄຳ​ເຫັນ

0