黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານມະຫະກຳ​ພືດ​ສວນ​ໂລກ​ປັກ​ກິ່ງ​ທີ່​ສວຍ​ງາມ

2019-05-10 16:20:39 CRI

图片默认标题_fororder_国际馆非洲联盟展厅(刘建峰 摄 ).JPG

​ໄລຍະ​ພັກ​ວັນ​ກຳມະກອນ​ສາກົນ​​ໄດ້ຜ່ານ​ໄປ​ແລ້ວ, ​ແຕ່​ງານ​ມະຫະກຳ​ພືດ​ສວນ​ໂລກ​ປັກ​ກິ່ງ​ກໍ​ຍັງ​​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢູ່​ຄື​ເກົ່າ. ​ເຂດ​ງານມະຫະກຳມີ​ເນື້ອ​ທີ່​ກວ້າງຂວາງ, ມີ​ຫໍ​ວາງສະ​ແດງ​ຕ່າງໆ​ນານາ​ຢ່າງຫຼາກຫຼາຍ ​ແລະ ຍັງ​ມີ​ກິດຈະກຳ​ຕ່າງໆ​ທີ່ຫຼາກຫຼາຍສີສັນ​ອີກ​ດ້ວຍ ຈົນ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ໆບໍ່​ຢາກ​​ກັບ. ​ໃນ​ນີ້, ຫໍ​ວາງສະ​ແດງ​ຈີນ, ຫໍ​ວາງສະ​ແດງ​ສາກົນ, ຫໍ​ສຳຜັດ​ຊີວິດ​ທີ່​ທັນ​ສະ​ໄໝ​ແມ່ນ​ຫໍ​ວາງສະ​ແດງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍກວ່າ​ໝູ່ ​ໂດຍ​ມີກິດຈະກຳ​​ແຫ່​ຂະບວນລົດ​ໂຖ​ດອກ​ໄມ້​ທີ່​ມີ​ທຸກ​ວັນ​ ​ເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ. ​ແຫຼ່ງຂ່າວ​ຈາກ​ສຳນັກງານ​ງານ​ມະຫະກຳ​ພືດ​ສວນ​ໂລກ​ປັກ​ກິ່ງ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ງານ​ມະຫະກຳ​ທີ່​ດຳ​ເນີນ​ເປັນ​ເວລາ 162 ວັນນັ້ນ, ຈະມີ​ກິດຈະກຳ​ແຫ່​ຂະ​ບວນລົດ​ໂຖ​ດອກ​ໄມ້ 180 ​ເທື່ອ​ ເຊິ່ງຈະ​ສາມາດ​ສະ​ແດງ​ໃຫ້​ນັກ​ທ່ອງ​ທ່ຽວ​​ໄດ້​ເຫັນ​ແລະ​ໄດ້​ແລກປ່ຽນ​ໃນກິດຈະກຳ​ຕາມຫົວ​ຂໍ້​ຂອງງານ​ມະຫະກຳ.

ງານ​ມະຫະກຳ​ພືດ​ສວນ​ໂລກ​ປັກ​ກິ່ງ 2019 ​ໄດ້​ເລີ່​ມຈັດ​ຂຶ້ນ​ໃນ​ວັນ​ທີ 29 ​ເມສາ​ຜ່ານ​ມາ ​ແລະ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 7 ຕຸລາ​ປີ​ນີ້ ລວມທັງ​ໝົດ​ມີ 162 ວັນ ​ເຊິ່ງຫົວ​ຂໍ້​ຂອງ​ງານ​ຄັ້ງນີ້​ຄື: “ຊີວິດ​ແບບ​ສີຂຽວ, ບ້ານ​ເມືອງທີ່​ສວຍ​ງາມ”.
 

图片默认标题_fororder_国际馆国际竞赛展区吸引游客拍照留念(刘建峰 摄).JPG

 

图片默认标题_fororder_世园会国际馆 (刘建峰 摄).JPG

ຄຳ​ເຫັນ

0