李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕະຫຼາດ​ເກົ່າ​ກາຍ​ເປັນ​ສວນ​ສາ​ທາ​ລະ​ນະ​ໃໝ່

2019-05-10 16:23:49 cri

图片默认标题_fororder_1

ວັນ​ທີ 9 ພຶດ​ສະ​ພານີ້, ສວນ​ສາ​ທາ​ລະ​ນະ​ອູ​ທົງ​ທີ່​ສ້າງ​ໃໝ່ຢູ່​ຕາ​ແສງຢີ້​ຈ່ວງ​ເມືອງ​ຕ້າ​ຊິ່ງ​ນະ​ຄອນຫຼວງ​ປັກ​ກິ່ງ ໄດ້​ເປີດ​ບໍ​ລິ​ການ​ຕໍ່​ຊາວ​ເມືອງ​ຢ່າງ​ເປັນ​ທາງ​ການ, ປະ​ຊາ​ຊົນ​ຂອງ​ຕາ​ແສງຢີ້​ຈ່ວງ​ຈຶ່ງ​ພາ​ກັນ​ໄປ​ທ່ຽວ.

ຕົ້ນ​ກຳ​ເນີດ​ຂອງ​ສວນ​ສາ​ທາ​ລະ​ນະ​ນີ້ ແມ່ນ​ຕະຫຼາດ​ຂາຍ​ຍົກ​ທີ່​ເກົ່າ​ແກ່​ແຫ່ງ​ໜຶ່ງ, ຫຼັງ​ຈາກ​ຕະຫຼາດນີ້​ຖືກ​ມ້າງ​ແລ້ວ, ອົງ​ການ​ປົກ​ຄອງ​ໄດ້​ລົງ​ທຶນ​ສ້າງ​ບໍ​ລິ​ເວນນີ້​ໃຫ້​ເປັນ​ສວນ​ສາ​ທາ​ລະ​ນະ​ທີ່​ມີ​​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ ເຊັ່ນ: ປ່າ​ໄມ້, ທາງ​ຍ່າງ​ເພື່ອ​ຫັດ​ກາຍ, ຕັ່ງ​ອີ້​ອັດ​ສະ​ລີ​ຍະ, ລະ​ບຽງ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ ເພື່ອ​ໃຫ້​ບໍ​ລິ​ການ​ແກ່​ປະ​ຊາ​ຊົນ.

ຄຳ​ເຫັນ

0