李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ຫ່າງ​ໄກ​ສອກ​ຫຼີກຫຼຸດ​ພົ້ນ​ອອ​ກ​ຈາກ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ

2019-05-10 16:19:58 cri

图片默认标题_fororder_1

ຕາ​ແສງ​ປາ​ຢິ່ງ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເມືອງ​ຢຸ້ຍ​ຈິ່ນທີ່​ຕັ້ງ​ຢູ່​ຊາຍ​ແດນ​ລະ​ຫວ່າງແຂວງ​ຈ່ຽງ​ຊີ່​ກັບ​ແຂວງ​ຟູ​ຈ້ຽນ ສ​ປ ຈີນ ແມ່ນ​ຕາ​ແສງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​​ອ້ອຍ​​ຕ້ອຍ, ເຖິງ​ຈະ​ມີ​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ກໍ​ຕາມ, ແຕ່​​ການຄົມ​ມະ​ນາ​ຄົມ​ຍັງ​ບໍ່​ສະ​ດວກ, ພື້ນ​ຖານ​ໂຄງ​ລ່າງ​ບໍ່​ສົມ​ບູນ, ສະ​ນັ້ນ, ອັດ​ຕາ​ຄວາມ​​ທຸກຍາກ​​ໃນ​ເຂດນີ້​ຈະ​ສູງກວ່າ​ຕາ​ແສງ​ອື່ນໆ​ຂອງ​ເມືອງ​ຢຸ້ຍ​ຈິ່ນ​ຢ່າງ​​ຈະ​ແຈ້ງ. ໃນ​ເມື່ອ​ກ່ອນ, ຊາວ​ບ້ານ​ຈຳ​ນວນ​ບໍ່​ໜ້ອຍ​ມີ​ແຕ່​ໃຊ້​ໄຟ​ຟ້າ​ແຮງ​ຕ່ຳ ເຊິ່ງ​ໃຊ້​​ໜຶ້ງ​ເຂົ້າ​ກໍ​ບໍ່​ສຸກ​ຊ້ຳ.

ພາຍຫຼັງ​ມາ, ຕາ​ແສງ​ປາ​ຢິ່ງ​ໄດ້​ເລືອກ​ເສັ້ນ​ທາງ​ແຫ່ງ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຄື: “ຖ້າ​ຢາກ​ຮັ່ງ​ມີ​ຂຶ້ນ, ຕ້ອງ​ສ້າງ​ທາງ​ກ່ອນ”, ຄື​ຈະ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ດີສາ​ກ່ອນ. ສະ​ນັ້ນ, ສອງ​ສາມ​ປີ​ມານີ້, ຕາ​ແສງ​ດັ່ງ​ກ່າວ​ຈຶ່ງ​ໄດ້​ພະ​ຍາ​ຍາມ​ສ້າງ​ທາງ​ໃຫ້​ດີ, ເມື່ອ​​ມີທາງ​ດີ​ແລ້ວ, ລາຍ​ໄດ້​ກໍ​ຈະ​ສູງ​ຂຶ້ນ​​ຕາມ​ກັນ.

ຂະ​ນະ​ດຽວ​ກັນ, ຕາ​ແສງ​ປາ​ຢິ່ງ​ຍັງ​ໄດ້​ຕັ້ງ​ໜ້າ​​ສົ່ງ​ເສີມໃຫ້​ຊາວ​ບ້ານ​ພັດ​ທະ​ນາ​ຂະ​ແໜງ​ການ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ເຂດ​ພູ​ດອຍ ເຊັ່ນ: ນິ​ຄົມ​ລ້ຽງ​ໄກ່​ຕາມຫຼັກ​ນິ​ເວດ, ການ​ລ້ຽງ​ກົບ, ລ້ຽງ​ກວາງ, ການ​ປຸງ​ແຕ່ງ​ໄມ້​​ໄຜ່, ພັດ​ທະ​ນາ​ເສດ​ຖະ​ກິດ​ປ່າ​ໄມ້ ແລະ​ອື່ນໆ. ປັດ​ຈຸ​ບັນ, ຊາວ​ບ້ານ​ກໍ​ສາ​ມາດ​ຂົນ​ສົ່ງ​ເຄື່ອງ​ປ່າ​ຂອງ​ດົງ​ໃນ​ຂ​ດພູ​ດອຍອອກ​ໄປ​ຂາຍ​ຢູ່​ນອກ​ໂດຍ​ຜ່ານ​ເສັ້ນ​ທາງ​ທີ່​ສ້າງ​ຂຶ້ນ​ມາ​​ໃໝ່ ແລະ​ບັນ​ລຸ​ການ​ເພີ່ມ​ລາຍ​ໄດ້ ແລະຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.

ຄຳ​ເຫັນ

0