覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ອາ​ລະ​ຍະ​ທຳ​ອາ​ຊີພາຍ​ໃຕ້​ຫົວ​ຂໍ້ “ອາ​ຊີ​ທີ່​ສວຍ​ງາມ”​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ

2019-05-13 16:41:47 cri

图片默认标题_fororder_yahfhlsfhlsfjlsjflifse1
 

 ງານ​ວາງ​ສະ​ແດງ​ອາ​ລະ​ຍະ​ທຳ​ອາ​ຊີ​ພາຍ​ໃຕ້​ຫົວ​ຂໍ້ “ອາ​ຊີ​ທີ່​ສວຍ​ງາມ”​ໄດ້ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້ ເຊິ່ງ​ໃນ​ຖາ​ນະ​ເປັນ​​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ນຳ​ເອົາ​ວັດ​ຖຸ​ບູ​ຮານ 451 ຊຸດ​ຈາກ ທັງ​ໝົດ 47 ປະ​ເທດ​ໃນ​ອາ​ຊີ​​​ເຊິ່ງ​ລວມ​ທັງ​ຈີນພ້ອມ​ດ້ວຍ​ ເກ​ລັກ​ແລະ​ເອ​ຢິບ ເຊິ່ງ​ເປັນ​ຄູ່​ຮ່ວມ​ປະ​ເທດ​ອາ​ລະ​ຍະ​ທຳ​ບູ​ຮານ ມາ​ວາງ​ສະ​ແດງ​ໃນ​ງານ ໂດຍ​ຜ່ານ​ຈາກ​ການ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ເປັນ​ການ​ສະ​ແດງ​ໃຫ້​ເຫັນອາ​ລະ​ຍະ​ທຳ​ຂອງ​ບັນ​ດາ​ປະ​ເທດ ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສວຍ​ງາມ​ດ້ານ​ອາ​ລະ​ຍະ​ທຳ​ຂອງ​ປະ​ເທດ​ເຫຼົ່າ​ນີ້ ທັງ​ໄດ້​ສ້າງ​ເວ​ທີ​ອັນ​ສຳ​ຄັນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ເພື່ອ​ແລກ​ປ່ຽນ​, ສະ​ແດງ, ສື່​ສານ​ແລະ​​ສ້າງ​ຄວາມເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ​ຍັງ​ໄດ້​ໃຫ້​ຜູ້​ຊົມ​​ຊາວຈີນ​ແລະ​ຕ່າງ​ປະ​ເທດ​ໄດ້​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ທີ່​ໜ້າ​ປະ​ທັບ​ໃຈ.

 

图片默认标题_fororder_yahfhlsfhlsfjlsjflifse3

ຄຳ​ເຫັນ

0