覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜອງ​ຕ້າ​ຈິວ​ເຊີນ​ນົງ​ເຈ້ຍ ດິນທາມ​ເທິງ​ພູ​ສູງ​

2019-05-13 15:31:01 cri

图片默认标题_fororder_shsohslujsihosfjljisfedfe1
 

  ໜອງ​ຕ້າ​ຈິວ​ເຊີນ​ນົງ​ເຈ້ຍ ທີ່​ມີ​ລະ​ດັບ​ສູງກວ່າ​ໜ້າ​ນ້ຳ​ທະ​ເລ 1700 ກວ່າ​ແມັດ​ເປັນ​ດິນ​ຊຸ່ມ​ທີ່​ມີ​ພືດ Sphagnum palustre ລຸ່ມ​​ເຂດມໍ່​ຮ້ອນ​ທີ່​ສາ​ມາດ​ອະ​ນຸ​ລັກ​ໄດ້​ດີ​ທີ່​ສຸດ​ໃນ​ເຂດ​ພາກ​ກາງ​ຂອງ​ຈີນ​ກໍ​ຄື​ເຂດ​ຕ່າງໆ​ທີ່​ນອນ​ຢູ່​ໃນ​ລະ​ດັບ​ເສັ້ນ​ຂະ​ໜານ​ດຽວ​ກັນ​ໃນ​ໂລກ. ໜອງ​ຕ້າ​ຈິວ ມີ​ຄວາມ​ໝາຍ​ວ່າ ​“9 ໜອງ​ໃຫຍ່” ​ ຍ້ອນ​ຫ້ວຍ 9 ສາຍ​ຈາກ​ຮ່ອມ​ພູ​ໃຫຍ່ 9 ໜ່ວຍ​ໄລ່​ປ່ອງ​ໃສ່​​ທົ່ງພຽງ​ແລ້ວ​ກາຍ​ເປັນ​ໜອງ​ນ້ອຍ​ໃຫຍ່​ທັງ​ໝົດ 9 ​ໜອງ. ຕາມ​ການ​ວັດ​ແທກ​ແລະ​ປະ​ເມີນ​ຂອງ​ອົງ​ການ​ປ່າ​ໄ​ມ້​ແຫ່ງ​ຊາດ, ລະ​ບົບ​ນິ​ເວດ​ດິນ​​ທາມ​ໜອງ​ຕ້າ​ຈິວ​ມີ​ມູນ​ຄ່າ​ລວມ​ທັງ​ໝົດ ເຖິງ 385, 3 ລ້ານຢວນ. ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ດິນ​ຊຸ່ມ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ໜອງ​ຕ້າ​ຈິວ​ເລີ່ມ​​ໃຊ້ມາດ​ຕະ​ການ​ຟື້ນ​ຟູ​ໂດຍ​ປິດ​ການ​ໃຫ້ບໍ​ລິ​ການ​ແຕ່ 3 ປີ​ກ່ອນ, ໂດຍ​​ຢຸດ​ເຊົາ​ທຸກ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຕ່າງ​ໆ​ພາຍ​ໃນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເຊັ່ນ:​ໂຮງ​ແຮມ, ຮ້ານ​ອາ​ຫານ​ແລະ​ອື່ນໆ ທັງ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ໃນ​ເຂດ​ດິ​ນທາມ​ໄປ​ດຳ​ລົງ​ຊີ​ວິດ​ຢູ່​​ສະ​ຖານ​ທີ່​ອື່ນ​ເພື່ອ​ໃຫ້​ໜອງ​​ຕ້າ​ຈິວ​ຟື້ນ​ຟູ​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ​​ໃຫ້​ຄືນ​ມາເໝືອນ​ເດີມ.

 

图片默认标题_fororder_shsohslujsihosfjljisfedfe3

ຄຳ​ເຫັນ

0