覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ລັບ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ​ຂອງ​ງານ​ມະ​ຫະ​ກຳ​ວັດ​ທະ​ນະ​ທຳ​ອາ​ຊີ

2019-05-16 16:23:44 cri

图片默认标题_fororder_yalfhlsfhlsfjslfjie5
 

   ພາຍ​ໃຕ້​ຫົວ​ຂໍ້ ງານ​ມະ​ຫະ​ກຳ​ວັດ​ທະ​ນະ​ທຳ​ຊາວໜຸ່ມ​,ຮ່ວມ​ກັນບັນ​ລຸ​ຄວາມ​ໄຝ່​ຝັນ​ອາ​ຊີ! ງານ​ມະ​ຫະ​ກຳ​ວັດ​ທະ​ນະ​ທຳ​ອາ​ຊີ​ຄັ້ງ​ທຳ​ອິດ​ທີ່ ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາແຫ່ງ​ຊາດ​ “ຮັງ​ນົກ” ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອ​ນ​ຄ່ຳ​ວັນ​ທີ 15 ພຶດ​ສະ​ພາ​ນີ້ ໂດຍ​ນຳ​ໃຊ້​ລະ​ບົບ​ໄຟ​ແສງ​ສີ​ທີ່​ສວຍ​ງາມ​ຕະ​ການ​ຕາ ແລະ​ການ​ສະ​ແດງ​ທີ່​ຕື່ນ​ເຕັ້ນ​ມ່ວນ​ຊື່ນ​ນັ້ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ​ທຸກ​ຖ້ວນ​ໜ້າ. ອາ​ລະ​ຍະ​ທຳ​ອາ​ຊີ​ທີ່​ມີຫຼາກຫຼາຍ​ສີ​ສັນ​ໄດ້​ປະ​ສົມ​ປະ​ສານ​​ເຂົ້າ​ກັບ​ການສະ​ແດງ​ຢູ່ “ຮັງ​ນົກ”, ດອກ​ໄມ້​ທີ່​ສວຍ​ສົດ​ງົດ​ງາມ​ແຫ່ງ​ອາ​ລະ​ຍະ​ທຳ​ອາ​ຊີ​ເບັ່ງ​ບານ​ຢູ່ “ຮັງ​ນົກ”!
 

图片默认标题_fororder_yalfhlsfhlsfjslfjie1
 

  ຄວາມ​ປະ​ທັບ​ໃຈ​ຕ່າງໆ​ຂອງ​ງານ​ມະ​ຫະ​ກຳ​ວັດ​ທະ​ນະ​ທຳ​ອາ​ຊີ​ໃນ​ວານ​ນີ້​ເປັນ​ຜົນ​ງານ​ມາ​ຈາກ​ການ​ທຸ່ມ​ເທ​ເຫື່ອ​ແຮງ​ແລະ​ຈິດ​ໃຈ​ຢ່າງ​​ຫ້າວ​ຫັນຂອງ​ພະ​ນັກ​ງານ, ນັກ​ສະ​ແດງ​ແລະ​ວິ​ສະ​ວະ​ກອນ​ທີ່​ເຮັດ​ວຽກ​ມາ​ເປັນ​ເວ​ລາ 45 ວັນ, ຕໍ່​ໄປ​ຈະ​ເປັນ​ຂໍ້​ມູນ​ຕ່າງໆ​ເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ຢູ່ເບື້ອງຫຼັງ​ຂອງ​ງານ​ມະ​ຫະ​ກຳ​ວັດ​ທະ​ນະ​ທຳ​ອາ​ຊີ.

图片默认标题_fororder_yalfhlsfhlsfjslfjie2

ຄຳ​ເຫັນ

0