吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ແຜ່ນ​ຊິ​ບຄວາມ​ແມ່ນ​ຢຳ​ສູງ​ເປີ​ຍ​ໂຕ​ວ​ເລກ 3 ​ແຜ່ນ​ທຳ​ອິດ​ໃນ​ໂລກ​ໄດ້​ເປີດ​ຕົວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ

2019-05-21 17:12:10 cri

ວັນ​ທີ 20 ພຶດສະພາ​ນີ້, ​ແຜ່ນ​ຊິ​ບຄວາມ​ແມ່ນ​ຢຳ​ສູງ “ທ່ຽນ​ສິນ 2” ​ເຊິ່ງ​ແມ່​ນລະບົບ​ນຳ​ທາງ​ຮອບດ້ານ​ຂອງ​ດາວ​ທຽມ​ເປີ​ຍ​ໂຕ​ວ​ເລກ 3 ​ແຜ່ນ​ທຳ​ອິດ​ໃນ​ໂລກ​ໄດ້​ເປີດ​ຕົວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ, ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ​ຄາດ​ວ່າ​ຈະ​ເຂົ້າ​ປ້ອນ​ຕະຫຼາດ​ໃນ​ເດືອນ​ສິງຫາ​ປີ​ນີ້. ​ແຜ່ນ​ຊິ​ບດັ່ງກ່າວ​ໄດ້​ຄົ້ນຄວ້າ ​ແລະ​ພັດທະນາ​ເປັນ​ເວລາ 2 ປີ​ດ້ວຍ​ການ​ລົງທຶນ​ທັງ​ໝົດ 50 ລ້ານ​ຢວນ​ໂດຍ​ບໍລິສັດ​ວິທະຍາສາດ​ເຕັກນິກ​ເຮີ​ຈົ້ງ​ສື່​ຈ້ວງ​ຫຸ້ນ​ສ່ວນ​ຈຳກັດ​ປັກ​ກິ່ງ ​ແລະ​ໄດ້​ຈົດ​ສັບ​ຊິນ​ທາງ​ປັນຍາ​ຂອງ​ຕົນ ​ເຊິ່ງ​ໃນ​ເດືອນ​ເມສາ​ປີ 2019 ​ໄດ້​ຜະລິດ​ແລ້ວ ​ແລະ​ຈະ​ຊ່ວຍ​ໃຫ້​ເປັນ​ຮູບ​ເປັນ​ຮ່າງ​ໃນ​ການ​ໃຫ້​ບໍລິການ​ດ້ວຍ​ເປີຍ​ໂຕ​ວ​ເລກ 3 ​ໃນ​ອະນາຄົດ.

 

图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_5154e6bc-f7bb-45c0-89f4-0f484cc4b088

ຄຳ​ເຫັນ

0