李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫໍ​ວ​າງ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ໝີ​ແພນ​ດາ​ຢູ່​ນະ​ຄອນ​ຟູ​ໂຈ່ວ

2019-05-23 16:33:36 cri

图片默认标题_fororder_1

ວັນ​ທີ 21 ພຶດ​ສະ​ພານີ້, ນັກ​ຂ່າວ​ໄດ້​ໄປ​ເອົາ​ຂ່າວ​ຢູ່ “ຫໍ​ວາງ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ໝີ​ແພນ​ດາ” ຂອງ​ທ່ານ ຫຼີ​ຈື້​ສີ ນັກ​ສະ​ສົມ​ຢູ່ນະ​ຄອນ​ຟູ​ໂຈ່ວ ແຂວງ​ຟູ​ຈ້ຽນ​ ສ​ປ ຈີນ. ​ພາຍ​ໃນ​ຫໍ, ມີ​ເຄື່ອງ​ປະ​ດັບທີ່​ມີ​ຮູບ​ໝີ​ແພນ​ດາ 50 ກວ່າ​ຊະ​ນິດ​ໃນ​ຈຳ​ນວນ 1 ໝື່ນກວ່າ​ອັນ​ເຊິ່ງ​ລວມ​ທັງ: ສະ​ແຕມ, ເຄື່ອງຫຼິ້ນ, ​ເຄື່ອງ​ຂັ້ນ​ໜັງ​ສື, ຈອກ​ ແລະ​ອື່ນໆ. ທ່ານ ຫຼີ​ຈື້​ສີ ບອກ​ນັກ​ຂ່າວ​ວ່າ, ໃນ​ເວ​ລາ​ລາວ​ຮຽນ​ຢູ່​ຊັ້ນ​ປ. 3 ໄດ້​ຄະ​ແນນ​ດີ, ແມ່​ຈຶ່ງ​ໄດ້​ມອບ​ແປ້ນ​ເຫຼັກ​ທີ່​ມີ​ຮູບ​ໝີ​ແພນ​ດາ​ເພື່ອ​ເປັນ​ລາງວັນ​ໃຫ້​ລາວ, ເຮັ​ດ​ໃຫ້​ລາວ​ມັກ​ໝີ​ແພນ​ດາ​​ຕັ້ງ​ແຕ່​ຕອນນັ້ນໂລດ. ຈາກນັ້ນ​ມາ, ລາວ​ກໍ​ໄດ້​ສະ​ສົມ​ເຄື່ອງ​ທີ່​ມີ​ຮູບ​ໝີ​ແພນ​ດາ​ຈົນ​ເຖິງ​ປັດ​ຈຸ​ບັນ​​ກໍ​ເປັນ​ເວ​ລາ​ຫຼາຍກວ່າ 50 ປີ​ແລ້ວ.

ຄຳ​ເຫັນ

0