尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂົ້າ​ສູ່ລະ​ດູ​ການ​ເກັບ​ໝາກ​ໄມ້​ຢູ່​ຊົນ​ນະ​ບົດ

2019-05-27 17:51:26 cri

图片默认标题_fororder_11
ວັນ​ທີ 26 ພຶດ​ສະ​ພາ​ນີ້,ນັກ​ທ່ອງ​ທ່ຽວ​ພວມ​ເກັບ​ໝາກ​ຜີ​ຜາ​ຢູ່​ໃນ​ສວນ​ທີ່​ບ້ານ​ຊ້າງ​ຊື່​ຕາ​ແສງ​ລິນ​ເຊີງ. ເມື່ອ​​ຕົ້ນລະ​ດູ​ຮ້ອນມາ​ເຖິງ​ກໍ​ແມ່ນ​ລະ​ດູ​ການເກັບ​ໝາກ​ໄມ້​ຢູ່​ສວນ​ໝາກ​ໄມ້​ນິ​ເວດ​ຂອງ​ຫຼາຍ​ບ້ານ​ຂອງ​ຕາ​ແສງ​ລິນ​ເຊີງ​ເມືອງ​ຊາງ​ຊິ່ງ​ແຂວງ​ເຈີ້​ຈ່ຽງ. ໃນ​ຊຸມ​ປີ​ຜ່ານ​ມາ,ແຫ່ງ​ດັ່ງ​ກ່າວ​ໄດ້​ສຸມ​​ທຸກ​ຄວາມພະ​ຍາ​ຍາມ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ປູກ​ໝາກ​ໄມ້,ປັດ​ຈຸ​ບັນ​ເນື້ອ​ທີ່​ການ​ປູກ​ໝາກ​ໄມ້​ນິ​ເວດ​​ມີຫຼາຍກວ່າ 267 ເຮັກ​ຕາ. ​ໄລ​ຍະການ​​ທ່ອງທ່ຽວ​ແລະ​ເກັບ​ໝາກ​ໄມ້​ຢູ່ແຫ່ງ​ດັ່ງ​ກ່າວ​ຈະ​ເລີ່ມ​ຈາກ​ເດືອ​ນ​ພຶດ​ສະ​ພາ​ນີ້​ຈົນ​ເຖິງເດືອນ​ກັນ​ຍາ​ປີ​ນີ້,​ໃນ​ສວນ​ຈະ​ມີ​ຕົ້ນ​ເຊີ​ລີ,ໝາກ​ຜີ​ຜາ, ບ​ຣູ​ເບີ​ຣີ ແລະໝາກ​ຄາຍ​ເປັນ​ຕົ້ນ,ກາຍ​ເປັນ “ສັນ​ຍະ​ລັກ” ຂອງ​ການ​ທ່ອງ​ທ່ຽວ​ບ້ານ​​ຊົນ​ນະ​ບົດທີ່​ສວຍ​ງາມ​ຢູ່​ທ້ອງ​ຖິ່ນ.

ຄຳ​ເຫັນ

0