覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອນ​ບູ​ຮານເຜົ່າ​ຖູ​ເຈ່ຍ​ທີ່​ມີ​ປະ​ຫວັດ 300 ປີ

2019-06-04 16:20:51 cri

图片默认标题_fororder_gushfsmnfjlsfjlsfjliese1
 

   ​ເຮືອນ​ກູ້​ເຟິ່ງ​ຈ້າຍ ຂອງ​ບ້ານ​ສຽວ​ລຽງ​ຕາ​ແສງສຽວນານ​ໄຫ ​ເມືອງ​ຊຽນ​ຈ່ຽງ ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ ສ​ປ ຈີນ​ເປັນ ເຮືອນ​ຂອງເຜົ່າ​ຖູ​ເຈ່ຍ​ທີ່​ມີ​ປະ​ຫວັດ 300 ກວ່າ​ປີ​ ເຊິ່ງ​ມີ​ທິວ​ທັດ​ທີ່​ສວຍ​ສົດ​ງົດ​ງາມ​ແລະ​ມີຮີດ​ຄອງ​ປະ​ເພ​ນີ​ທີ່​ລຽບ​ງ່າຍ. ຢູ່​ບໍ​ລິ​ເວນ​ອ້ອມ​ແອ້ມ​ເດີ່ນ​ບ້ານ​ມີ ຕົ້ນເມ​​ໂປ(maple)​ບູ​ຮານ 100 ກວ່າ​ຕົ້ນ ຈິ່ງ​ໄດ້​ຊື່​ວ່າ ເຮືອນ​ກູ້​ເຟິ່ງ​ຈ້າຍ ຫຼື ເຮືອນ​ຕົ້ນ​ເມ​​ໂປ​ບູ​ຮານ. ຢູ່​ໃນ​ເດີ່ນ​ບ້ານ​ແຫ່ງ​ນີ້​ມີ​ເຮືອນ​ຍົກ​ພື້ນ​ທີ່​ເຮັດ​ດ້ວຍ​ໄມ້​ຂອງ​ຊາວ​ເຜົ່າ​ຖູ​ເຈ່ຍ 40 ກວ່າຫຼັງ ແລະ​ຊາວ​ບ້ານ​ໄດ້​ອະ​ນຸ​ລັກ​ຮັກ​ສາ​ວິ​ຖີ​ການ​ຜະ​ລິດ​,​ການດຳ​ລົງ​ຊີ​ວິດ​ແລະ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ເຜົ່າ​ຖູ​ເຈ່ຍ. ຊຸມ​ປີ​ມໍ່ໆ​ມາ​ນີ້, ຊາວ​ບ້ານ​ສຽວ​ລຽງ​ໄດ້​ອອກ​ແຮງ​ພັດ​ທະ​ນາ​ໃຫ້​ກາຍ​ເປັນ​ບ້ານ​​ວັດ​ທະ​ນະ​ທຳເຜົ່າ​ຖູ​ເຈ່ຍ ໂດຍ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊົມ​ນັບ​ມື້​ນັບຫຼາຍ​ຂຶ້ນ.


图片默认标题_fororder_gushfsmnfjlsfjlsfjliese3

ຄຳ​ເຫັນ

0