尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປ່ອຍນົກ​ຂຽນ​ຫົວ​ແດງ

2019-06-05 17:05:10 cri

图片默认标题_fororder_1

ວັນ​ທີ 4 ມິ​ຖຸ​ນາ​ນີ້, ນັກ​ທ່ອງ​ທ່ຽວ​ພວມ​ຖ່າຍ​ຮູບ​​ນົກ​ຂຽນ​ຫົວ​ແດງ. ໃນ​ເວ​ລາ 11 ໂມງ​ເຊົ້າ​ແລະ 2 ໂມງ​ແລງ​ຂອງ​ທຸກ​ມື້, ນົກ​ຂຽນ​ຫົວ​ແດງ 10 ກວ່າ​ໂຕ​ຢູ່​ໃນ​ສວນ​ສັດ​ປ່າ​ໄມ້​ເສີນ​ຢາງຈະ​ຖືກ​ປ່ອຍ​​ອອກ​ຈາກ​ຕຸ້ມ. ຫຼັງ​ຈາກ​ໄດ້​ບິນ​ຂຶ້ນສູ່ທ້ອງ​ຟ້າ​ແລ້ວ​ພວກ​ມັນ​ໄດ້ບິນ​ລົງ​​ເດີ່ນ​ຫຍ້າ,​ເພື່ອຫາ​ກິນ​ແລະ​ພັກ​ຜ່ອນ​.ການ​ປ່ອຍ​ນົກ​ຂຽນ​ຫົວ​ແດງ​ລ້ຽງ​ບໍ່​ພຽງ​ແຕ່​ຝຶກ​ໃຫ້​ພວກ​ມັນ​ບິນ​ໄດ້​ແບບ​ທຳ​ມະ​ຊາດ​ເທົ່າ​ນັ້ນ,ຍັງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​​ໄດ້ສຳ​ຜັດ​ກັບ​ຄວາມ​ສວຍ​ງາມ​ຂອງ​ນົກ​ຂຽນ​ຫົວ​ແດງ​ຂະ​ນະ​ທີ່​ພວກ​ມັນ​ກຳ​ລັງ​ບິນ​ທັງ​ເປັນ​ການ​ປູກ​ຈິດ​ສຳ​ນຶກ​ດ້ານ​ການ​ອະ​ນຸ​ລັກ​ສັດ​ແລະ​ທຳ​ມະ​ຊາດ​ຂອງ​ນັກ​ທ່ອງ​ທ່ຽວ.

ຄຳ​ເຫັນ

0