李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮູບ​ແກະ​ສະຫຼັກ​ເຮືອນ​ຍົກ​ພື້ນ​ຂະ​ໜາດ​ນ້ອຍ

2019-06-13 16:23:22 cri

图片默认标题_fororder_1

ຫວ່າງມໍ່ໆ​ມານີ້, ທ່ານ ຕ້ວນ​ຈີ​ຊຽງ ສິ​ລະ​​ປາ​ກອນທີ່​ເກີດ​ໃນ​ຊຸມ​ປີ 1980 ໄດ້​ວາງ​ສະ​ແດງ​ສີ​ມື​ແກະ​ສະຫຼັກ​ເຄື່ອງ​ຂະ​ໜາດ​ນ້ອຍ​ຢູ່​ນະ​ຄອນ​ລານ​ໂຈ່ວ​ແຂວງ​ກ່ານ​ຊູ້ ສ​ປ ຈີນ. ໃນ​ສາຍ​ຕາ​ຂອງ​ທ່ານ, ແກ່ນ​ໝາກ​ສົ້ມ​ມໍ​ທີ່​ໃຊ້​ການ​ບໍ່​ໄດ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ນັ້ນ ຊ້ຳ​ພັດ​ແມ່ນ​ສິ່ງ​ທີ່​ລ້ຳ​ຄ່າ​ຂອງ​ຕົນ, 15 ປີ​ມານີ້, ທ່ານ​ໄດ້​ແກະ​ສະຫຼັກ​ແກ່ນ​ໝາກ​ສົ້ມ​ມໍ​ໃຫ້​ເປັນ​​ຮູບ​ຕົວ​ລະ​ຄອນ​ໃນນິ​ທານ​​ແລະ​ຊີ​ວິດ​ສັງ​ຄົມ​ຕ່າງໆ ແລະ​ບາງ​ອັນ​ໄດ້​ກາຍ​ເປັນ​ຜົນ​ງານ​ທີ່ຍອດຍິ່ງ, ໂດຍ​ສະ​ເພາະ​ຜົນ​ງານ “ເຮືອນ​ຍົກ​ພື້ນ--ຄວາມ​ຊົງ​ຈຳ​ໃນ​ເມືອງ​ພູດອຍ” ຕ້ອງ​ອາ​ໃສ​ກ້ອງ​ຂະ​ຫຍາຍ​ຈຶ່ງ​ສາ​ມາດ​ເຫັນ​ເຮືອນ​ຍົກ​ພື້ນ, ຮ້ານ​ນ້ຳ​ຊາ, ຍັງ​ມີ​ໝາ​ນ້ອຍ​ສ່ຳ​ເມັດ​ໝາກ​ງາ​ທີ່​ກຳ​ລັງ​ລໍ​ຖ້າ​ເຈົ້າ​ຂອງ​ກັບ​ບ້ານ, ສິ່ງ​ທີ່​ໜ້າ​ງຶດ​ງໍ້​ທີ່​ສຸດ​ແມ່ນ ປະ​ຕູ​ແລະ​ປ່ອງ​ຢ້ຽມ​ຂອງ​ສິ່ງ​ກໍ່​ສ້າງ​ເຫຼົ່າ​ນີ້ ລ້ວນ​ແຕ່​ໄຂ​ແລະ​ປິດ​ໄດ້.

ຄຳ​ເຫັນ

0