黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປູກ​ຫຍ້າ​​ຢູ່​ທະ​ເລ​ຊາຍ​ເພື່ອ​ປັບປຸງ​ສິ່ງ​ແວດ​ລ້ອມ

2019-06-18 16:40:43 CRI

图片默认标题_fororder_f44d305ea0c81e7274a804

ນະຄອນ​ຈົ່ງ​ເວີ້​ຍ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ໜິງ​ເຊ້ຍຕັ້ງຢູ່​ພາກ​ໃຕ້​ທະ​ເລ​ຊາຍ​ເທ​ງ ກຣີ. ​ໃນ​ການຄົ້ນຄວ້າ​ແລະ​ປະຕິບັດ​ຕົວ​ຈິງ​ເພື່ອ​ຕ້ານ​ກັບ​ການ​ຂະຫຍາຍບໍລິ​ເວນທະ​ເລ​ຊາຍ​ກວ້າງ​ອອກ​ຂອງ​ທະ​ເລ​ຊາຍ​ໃນ​ໄລຍະ​ຜ່ານ​ມາ​ແລະ​ໃນ​ຕໍ່ໜ້າ, ປະຊາຊົນນະຄອນດັ່ງກ່າວ​ໄດ້​​ໃຊ້ຮູບ​ແບບ​ໃໝ່​ໃນ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນຫາ​ດັ່ງກ່າວ ຄື: ​ເຮັດ​ໃຫ້​ທະ​ເລ​ຊາຍ​ຄົງ​ທີ່​ສາກ່ອນ​ແລ້ວ​ຈຶ່ງຄ່ອຍໆ​ປັບປຸງ​ແກ້​ໄຂ, ທັງປະສານ​ສົມທົບ​ກັບ​ການ​ສະກັດ​ກັ້ນບໍ່​ໃຫ້​ທະ​ເລ​ຊາຍ​ຂະຫຍາຍ​ວົງ​ກວ້າງ​ອອກ. ປະຊາຊົນ​​ໄດ້ນຳ​ໃຊ້​ກ້ານຫຍ້າ​ແຫ້ງ​ທີ່​ມັດ​ເປັນ​ວົງສີ່ຫຼ່ຽມ​ມາປົກ​ໜ້າທະ​ເລ​ຊາຍ, ​ເຮັດ​ໃຫ້​ທະ​ເລ​ຊາຍ​ຄົງ​ທີ່ ​ແລ້ວ​ຈຶ່ງຫວ່ານ​​ເມັດພັນພືດ​ລົງ​ໃສ່​ຫຍ້າ​ສີ່ຫຼ່ຽມດັ່ງກ່າວ, ​ເມື່ອ​​ເມັດ​ພັນຫຍ້າ​ໃຫຍ່​ຂຶ້ນ​ເປັນ​ພືດ​ສີຂຽວ ກໍ​ສາມາດ​ສະກັດ​ກັ້ນການ​​ແຜ່ຂະຫຍາຍ​ຂອງທະ​ເລ​ຊາຍ​ໄດ້. ມາ​ຮອດ​ທ້າຍ​ປີ 2018, ນະຄອນ​ຈົ່ງ​ເວີ້​ຍ ​ໄດ້​ສຳ​ເລັດ​ການ​ປັບປຸງ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ຈາກ​ທະ​ເລ​ຊາຍ​ເຖິງ 98.000 ​ເຮັດ​ຕາ.
 

图片默认标题_fororder_f44d305ea0c81e7274a803

 

图片默认标题_fororder_f44d305ea0c81e7274a805

ຄຳ​ເຫັນ

0