尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ປະ​ຊາ​ຊົນດ້ວຍ​ການ​ປູກ Taraxacum mongolicum

2019-06-25 17:01:12 cri

图片默认标题_fororder_11

ວັນ​ທີ 24 ມິ​ຖຸ​ນາ​ນີ້,ຊາວ​ກະ​ສິ​ກອນ​ຢູ່​ບ້ານ​ປ່າ​ຫຼີ​ຈົງ​ຕາ​ແສງຈຽງ​ຫວູ​ເຊີງເມືອງ​ຊື​ຊ້ຽນ​ນະ​ຄອນ​ຮານ​ຕ່ານ​ແຂວງ​ເຮີ​ເປີຍ​ພວມ​ແຊ່​ຊາ​​ດອກ Taraxacum mongolicum. ໃນ​ຊຸມ​ປີ​ຜ່ານ​ມາ,ເມືອງ​ຊື​ຊ້ຽນ​ນະ​ຄອນ​ຮານ​ຕ່ານ​ແຂວງ​ເຮີ​ເປີຍ​ໄດ້​ເລີ່ມ​ປູກດອກ Taraxacum mongolicum ​ຕາມ​ສະ​ພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ ໂດຍໄດ້​ໃຊ້​ຮູບ​ແບບ “​ໜ່ວຍ​ພັກ+ວິ​ສາ​ຫະ​ກິດ​ນຳ​ໜ້າ+​ສະ​ຫະ​ກອນ+​ສວນ​ຄອບ​ຄົວ+ສູນ​ປູກ+ຊາວ​ກະ​ສິ​ກອນ”,ດຳ​ເນີນ​ໂຄງ​ການ​ປູກດອກ Taraxacum mongolicum ​ທີ່​ໄດ້​ມາດ​ຖານ​ແລະ​​ມີ​ວິ​ທີປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ. ປັດ​ຈຸ​ບັນ,ເນື້ອ​ທີ່​​ປູກດອກ Taraxacum mongolicum ​ຂອງ​ເມືອງ​ຊື​ຊ້ຽນ​ມີ​ເຖິງ 667 ກວ່າ​ເຮັກ​ຕາ,ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ 10 ກວ່າ​ຊະ​ນິດ ເຊິ່ງສາ​ມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ທ້ອງ​ຖິ່ນ​ໄດ້​ດີ.

ຄຳ​ເຫັນ

0