尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​​ສິ​ລະ​ປະ​ຮູບແຕ້ມ​ຖັງ​ກາ​ຊິ່ງ​ໄຫ​ໄຂ​ຂຶ້ນ​ຢູ່​ເຂດ​​ພິ​ເສດຮົງ​ກົງ

2019-07-01 15:09:14 cri

图片默认标题_fororder_1

ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ,ງານ​ວາງ​ສະ​ແດງ​​ສິ​ລະ​ປະ​​ຮູບແຕ້ມ​ຖັງ​ກາ​ຊິ່ງ​ໄຫໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ສະ​ໝຸດສູນ​ກາງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ. ຢູ່​ໃນ​ງານ​ໄດ້​ມີ​ກາ​ນ​ວາງ​ສະ​ແດງ​ຮູບ​ແຕ້ມ​ສິ​ລະ​ປະ​ຖັງ​ກາ 30 ກວ່າ​​ແຜ່ນ,ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​​ຂອງເຜົ່າ​ຕິ​ເບດ​ແລະ​ອື່ນໆ,ພ້ອມ​ທັງ​ໄດ້​ມີ​ຜູ້​ສືບ​ທອດ​ມໍ​ລະ​ດົກ​​ນາມ​ມະ​ທຳລະ​ດັບ​ຊາດ​​ໄດ້ແຕ້ມ​ຮູບ​ຖັງ​ກາ​ພາຍໃນ​ງານ. ຖັງ​ກາ​ແມ່ນ​ຮູບ​ແບບ​ສິ​ລະ​ປະ​​​ຂອງ​ການຮູບ​ແຕ້ມ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຊະ​ນິດ​ໜຶ່ງ​ໃນ​ວັດ​ທະນະ​​ທຳ​ເຜົ່າ​ຕິ​ເບດ. ​ທີ່​ສ່ອງ​ແສງ​ໃຫ້​ເຫັນລັກ​ສະ​ນະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໄດ້​ຢ່າງ​ຈະ​ແຈ້ງ,​ມີສີ​ສັນ​​ຂອງສາ​ສະ​ໜາ​ທີ່​​ດີ​ງາມແລະ​ຮູບ​ແບບ​ສິ​ລະ​ປະ​ອັນ​ພິ​ເສດ.

ຄຳ​ເຫັນ

0