李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພົບຄ່າງ​ດ່ອນຢູ່​ເຂດກວາງ​ຊີ​ອີກ​ເທື່ອ​ໜຶ່ງ

2019-07-05 16:34:29 cri

图片默认标题_fororder_1

ວັນ​ທີ 4 ກໍ​ລະ​ກົດ​ນີ້, ຢູ່​ເທິງ​ພູ​ຫຼັງ​ໂຮງ​ຮຽນ​ປະ​ຖົມ​ເຊີງ​ນານ​ບ້ານ​ປາວ​ຊິ່ນ​​ຕາ​ແສງທາວ​ເຊີງ​ເມືອງ​ຕ້າ​ຊິ່ນ​ທີ່​ຕັ້ງ​ຢູ່​ແຄມ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ລະ​ດັບ​ຊາດ​ເອີ່ນ​ເຊີງ​ເຂດກວາງ​ຊີ, ນັກ​ຂ່າວໄດ້​ຖ່າຍ​ຮູບ​ຄ່າງ​ດ່ອນ​ນ້ອຍ. ນີ້ຖື​ວ່າຄ່າງ​ດ່ອນ​ນ້ອຍໂຕ​ທີ 2 ເຊິ່ງ​​ໂຕ​ທຳ​ອິດ​ທີ່​ພົບ​ເຫັນ​ຢູ່​ທ້ອງ​ຖິ່ນ​ດັ່ງ​ກ່າວ​ເມື່ອ​ປີ 2017. ​ທຳ​ມະ​ດາ​ແລ້ວ, ຄ່າງ​ຈະ​ມີສີ​ດຳ, ປັດ​ຈຸ​ບັນ, ຄ່າງໃນ​ທົ່ວ​ໂລກ​ມີ​ຈຳ​ນວນ​ບໍ່​​ເຖິງ 2.000 ໂຕ, ເປັນ​ສັດ​ປ່າ​ທີ່​ໃກ້​ຈະ​ສູນ​ພັນ​ທີ່​ລ້ຳ​ຄ່ຳ​ແລະ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ລັກ​ເປັນ​ພິ​ເສດ​ລະ​ດັບ 1 ຂອງ​ຊາດ.

ຄຳ​ເຫັນ

0