李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສວນ​ສາ​ທາ​ລະ​ນະ​ຮ່ອງ​ຮອຍ​ເມືອງ​ບູ​ຮານ​ລຽງ​ຈູ​ເປີດ​ບໍ​ລິ​ການ

2019-07-08 16:22:26 cri

图片默认标题_fororder_1

ຄຽງ​ຄູ່​ກັບ​ເຂດ​ສະ​ຖານຮ່ອງ​ຮອຍ​ເມືອງ​ບູ​ຮານ​ລຽງ​ຈູ ໄດ້​ຮັບ​​ການ​ຈັດ​ເຂົ້າ​ໃນ​ບັນ​ຊີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ໃນ​ວັນ​ທີ 6 ກໍ​ລະ​ກົດ​ນີ້, ສວນ​ສາ​ທາ​ລະ​ນະ​ຮ່ອງ​ຮອຍ​ເມືອງ​ບູ​ຮານ​ລຽງ​ຈູ​ທີ່​ຕັ້ງ​ຢູ່​ເມືອງຢ​ວີ​ຮາງນະ​ຄອນ​ຮາງ​ໂຈ່ວ​ແຂວງເຈີ້​ຈ່ຽງ ໄດ້​ເປີດ​ບໍ​ລິ​ການ​ສ່ວນ​ໜຶ່ງ​ຕໍ່​ສາ​ທາ​ລະ​ນະ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້ ເຊິ່ງ​ພາກ​ສ່ວນ​ທີ່​ເປີດ​​ໃຫ້ບໍ​ລິ​ການ​ລວມ​ມີ: ປະ​ຕູ​ເມືອງ, ກຳ​ແພງ​ເມືອງ, ທາງ​ນ້ຳ, ໂຮງ​​ຫັດ​ຖະ​ກຳ, ວັງ​ຢູ່​ພູ​ໂມ້​ຈຽວ, ສານ​ເຈົ້າຝານ​ຊ່ານ ແລະ​ອື່ນໆ​ທັງ​ໝົດ 10 ແຫ່ງ. ຜ່ານ​ຈາກອຸ​ປະ​ກອນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ຜູ້​ຊົມ​ຈະ​ສາ​ມາດ​​ຮັບ​ຮູ້​ປະ​ຫວັດ​ສາດ​ພາຍ​ໃນ​ສວນ​ສາ​ທາ​ລະ​ນະ ເຊິ່ງ​ສາ​ມາດ​ເຫັນ​ລາ​ຊະ​ທາ​ນີ​ທີ່​ມີ​ເດີ່​ນ​ຫຍ້າສວຍ​ງາ​ມ​ແລະ​ມີ​ແມ່​ນ້ຳ​ລຳ​ເຊ​ຢ່າງຫຼວງຫຼາຍ​ເມື່ອ 5.000 ປີ​ກ່ອນ.

ຄຳ​ເຫັນ

0