ປີຜ່ານມາ, ອຳນາດການປົກຄອງຕາແສງລິ້ວຜານຊ່ານ ເມືອງຈິ່ງຢວນ ນະຄອນກູ້ຢວນ ເຂດປົກຄອງຕົນເອງເຜົ່າຫຸຍໜິງເຊ້ຍ ໄດ້ຮ່ວມມືກັບສະຫະກອນຜະລິດທູບມືອາຊີບຫຼາວເສິງ ບ້ານອູຫຼີ ຕາແສງລິ້ວຜານຊ່ານ ໂດຍໄດ້ສ້າງຕັ້ງຫ້ອງຜະລິດທູບເພື່ອຫຼຸດຜ່ອນຄວາມທຸກຍາກ. ປັດຈຸບັນ, ຫ້ອງຜະລິດທູບດັ່ງກ່າວມີກຳມະກອນ 48 ຄົນ, ສາມາດສ້າງລາຍຮັບເພີ່ມໄດ້ 1.800 ຢວນຕໍ່ຫົວຄົນໂດຍສະເລ່ຍ ເຊິ່ງເຮັດໃຫ້ປະຊາຊົນຜູ້ທຸກຍາກມີວຽກເຮັດງານທຳໃນບ້ານ ແລະບໍ່ຕ້ອງອອກຈາກບ້ານໄປຫາວຽກເຮັດງານທຳຢູ່ຕ່າງຖິ່ນ ທັງສາມາດເບິ່ງແຍງຄອບຄົວໄດ້ອີກ.
ຄຳເຫັນ
0