尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮ້ານ​ຂາຍ​ຊາ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ຢູ່​ນະ​ຄອນ​ຮາງ​ໂຈ່ວ​ໃຫ້​ບໍ​ລິ​ການ​ເປັນ​ເວ​ລາ 42 ປີ

2019-07-15 15:38:00 cri

图片默认标题_fororder_1

ວັນ​ທີ 14 ກໍ​ລະ​ກົດ​ນີ້, ອາ​ສາ​ສະ​ໝັກ​ຢູ່​ເຂດ​ຊຸມ​ຊົນ​ແລະ​ລຸງ ກູ້​ຈົ່ງ​ເກີ່ນ ປີ​ນີ້ມີ​ອາ​ຍຸ 81 ປີ​​ແລ້ວພວມ​ດູ​ແລ​ຮ້ານ​ຂາຍ​ຊາ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ກ່ອນ​ໜ້າ​ນີ້​ບໍ່​ດົນ, ຮ້ານ​ຊາ​ລຸງ​ກູ້​ຢູ່​ເຂດ​ຊຸມ​ຊົນ​ຊາງ​ມິງ​ຊື້​ຊ້ຽງ​ຖະ​ໜົນ​ສຽວ​ຢີງ​ເມືອງ​ຊ້າງ​ເຊີງ​ນະ​ຄອນ​ຮາງ​ໂຈ່ວ​ໄດ້​ເລີ່ມ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ,ເພື່ອ​ສະ​ໜອງ​ຊາ​ໃຫ້​ແກ່​ຜູ້​ຄົນ​ທີ່​ກາຍ​ໄປ​​ກາຍມາ​ໃນ​ວັນ​ລະ​ດູ​ຮ້ອນ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ຮ້ານ​ຊາ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ຮ້ານ​ນີ້​ຕັ້ງ​ຢູ່​ທາງ​ຂ້າງ​ປ້າຍ​ລົດ​ເມ,ມາ​ຮອດ​ປີ​ນີ້​ຄົບ​ຮອບ 42 ປີ​ພໍ​ດີ. ເນື່ອງ​ຈາກ​ວ່າ​ປີ​ນີ້​ລຸງ​ກູ້​ມີ​ອາ​ຍຸ​ສູງຫຼາຍແລ້ວ,ອາ​ສາ​ສະ​ໝັກ​ຫຼາຍ​ຄົນ​​ຈາກ​ຖະ​ໜົນ,ເຂດ​ຊຸມ​ຊົນ​ແລະ​ໂຮງ​ຮຽນ​ຊັ້ນ​ສູງ​ຈຶ່ງ​ໄດ້ພາ​ກັນເຂົ້າ​ຮ່ວມ​ໃນ​ກິດ​ຈະ​ກຳ​ສາ​ທາ​ລະ​ນະ​ປະ​ໂຫຍດ​ສະ​ໝັກ​ໃຈ​ໃຫ້​ບໍ​ລິ​ການ,​ ​​ປ່ຽນ​ກັນ​ມາຊ່ວຍ​ລຸງ​ດູ​ແລ​ຮ້ານ​ຊາ​ເພື່ອ​ສ້າງ​ຄວາມ​ສາ​ມັກ​ຄີ​ຮັກ​ແພງ​ຕໍ່​ໄປ.

ຄຳ​ເຫັນ

0