覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊ່ວຍ​ຊາວ​ບ້ານ​ທີ່​ຕິດ​ຄ້າງ​ຍ້ອນ​ນ້ຳ​ຖ້ວມ

2019-07-17 14:38:07 cri

图片默认标题_fororder_shflslfjlfjklsfjisfjide1
 

ວັ​ນ​ທີ 16 ກໍ​ລະ​ກົດ​ນີ້, ຊາວ​ບ້ານ​ບ້ານ​ກ່າວ​ເກິ້ງ​ທຸນ​ແລະ​ບ້ານ​ໂພ່​ລາ ຕາ​ແສງ ​ອ້າຍ​ຕຸ້ງ ເມືອງ​ຕຸ່ງ​ລານ ນະ​ຄອນ​ເຮີ​ຊື ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ​ຈີນ  ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ແລ້ວ​ເດີນ​ທາງ​ກັບ​ເຮືອນ. 


图片默认标题_fororder_shflslfjlfjklsfjisfjide2
 

ນັບແຕ່​ຕົ້ນ​ເດືອນ​ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ມາ, ເມືອງ​ລານ​ຕຸ່ງ​ນະ​ຄອນ​ເຮີ​ຊື​ເຂດກວາງ​ຊີ​ໄດ້​ປະ​ສົບ​​ໄພ​ທາງ​ທຳ​ມະ​ຊາດຝົນ​ຕົກ​ໜັກ​ສອງ​ຄັ້ງ,  ​ເຮັດ​ໃຫ້ 14 ຕາ​ແສງ​ໃນ​ທົ່ວ​ເມືອງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ລະ​ດັບທີ່​ແຕກ​ຕ່າງ​ກັນ. ໃນ​ນີ້, ບ້ານ​ກ່າວ​ເກີ້ງ​ທຸນ ຖືກ​ນ້ຳ​ຖ້ວມ​ເຊິ່ງ​ເຮັດ​ໃຫ້​ຊາວ​ບ້ານ​ຖືກ​ຕິດ​ຄ້າງ​ຢູ່​ໃນ​​ເຮືອນ​ຂອງ​ຕົນ​. ວັນ​ທີ 16 ກໍ​ລະ​ກົດ​ນີ້, ເຈົ້າ​ໜ້າ​ທີ່​ກູ້​ໄພ​ຂອງ​ຕາ​ແສງ​ອ້າຍ​ຕຸ້ງ​ໄດ້​ເດີນ​ທາງ​ທັງ​ທາງ​ບົກ​ແລະ​ທາງ​ນ້ຳ​ໄປ​ເຖິງ​ບ້ານ​ກ່າວ​ເກີ້ງ​ທຸນ​ແລະ​ບ້ານ​ໂພ່​​ລ່າ ໂດຍ​​ໄດ້ແບກ​ແລະ​ຫິ້ວ​ເຄື່ອງ​ຊ່ວຍ​ເຫຼືອ​ໄປ​ແຈກ​ຢາຍ​ໃຫ້ຊາວ​ບ້ານ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ນ້ຳ​ຖ້ວມ​ໃນ​ຄັ້ງ​ນີ້.
 

图片默认标题_fororder_shflslfjlfjklsfjisfjide6

ຄຳ​ເຫັນ

0