ວັນທີ 16 ກໍລະກົດນີ້, ບ້ານກວ່າຢວນ ເມືອງຢູນໂຈ່ວ ນະຄອນຕ້າທົງ ແຂວງຊ່ານຊີ່ ສປ ຈີນໄດ້ແຈກ “ບັດຄະແນນໃຈບຸນ”ໃຫ້ຊາວບ້ານ. ເລີ່ມແຕ່ທ້າຍປີ 2018 ເປັນຕົ້ນມາ, ເມືອງຢູນໂຈ່ວໄດ້ສ້າງຕັ້ງ “ຮ້ານຊຸບເປີມາເກັດການກຸສົນ” 30 ແຫ່ງຢູ່ບ້ານຕ່າງໆໃນຕາແສງທີ່ຂຶ້ນກັບເມືອງຕົນ ເຊິ່ງສິນຄ້າຕ່າງໆທີ່ຂາຍໃນຮ້ານຕົ້ນຕໍແມ່ນໄດ້ຮັບການບໍລິຈາກໂດຍໜ່ວຍງານຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກແລະບັນດາບຸກຄົນໃຈບຸນຈາກວົງການຕ່າງໆໃນສັງຄົມແລະວິສາຫະກິດ. ຄອບຄົວທຸກຍາກແລະປະຊາຊົນທີ່ມີຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງເມືອງຢູນໂຈ່ວສາມາດ ໄດ້ຮັບ “ຄະແນນໃຈບຸນ”ແລ້ວນຳໄປແລກເອົາສິນຄ້າທີ່ຕົນຕ້ອງການໃນ “ຮ້ານຊຸບເປີມາເກັດກຸສົນ”ໂດຍຜ່ານຈາກການປະພຶດທີ່ດີໃນດ້ານຕ່າງໆເປັນຕົ້ນ ຮັກສາສິ່ງແວດລ້ອມການດຳລົງຊີວິດ, ພັດທະນາອຸດສາຫະກຳເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ, ເຂົ້າຮ່ວມກິດຈະກຳລວມໝູ່ແລະອື່ນໆ.
ຄຳເຫັນ
0