吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເກາະ​ນານຈີ໋ສ້າງ​ເຮືອນ​ພັກ​ພື້ນ​ເມືອງ​ພິ​ເສດ

2019-07-19 16:10:35 cri

ວັນ​ທີ 17 ກໍລະ​ກົດ​ນີ້, ​ເກາະ​ນານຈີ໋ທີ່​ມີ​ທະ​ເລ ​ແລະ​ພູທີ່ສວຍ​ງາມ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ຢ່າງ​ຫຼວງຫຼາຍ​​ໃນ​ລະດູ​ຮ້ອນ. ​ຊຸມປີຜ່ານມາ, ຕາ​ແສງ​ນານຈີ໋​ເມືອງ​ພິງຢາງ​ນະຄອນ​ເວິ່ນ​ໂຈ່​ວ​ແຂວງ​ເຈີ້​ຈ່ຽງ​ໄດ້​ນຳ​ໃຊ້​ທ່າ​ແຮງ​ພັດທະນາການທ່ອງທ່ຽວ​ເກາະ​ທະ​ເລ, ຕັ້ງໜ້າຊຸກຍູ້​ການພັດທະນາ​ເສດຖະກິດ​​ໂດຍ​ການ​ສ້າງ​ເຮືອນ​ພັກ​ພື້ນ​ເມືອງ​ດ້ວຍ​ເຮືອນ​​ຂອງ​ປະຊາຊົນ, ສ້າງ​​ເຮືອນ​ພັກທີ່ອ້ອມ​ຮອບ​ດ້ວຍພູທີ່​ປິ່ນໜ້າ​ໃສ່​ທະ​ເລ ​ແລະ​ຢູ່​ເທິງ​ຜາ​ຊັນ ​ເຊິ່ງ​ມີ​ຫຼາຍ​ຮູບ​ແບບ ຄື: ​ເຮືອນ​ໄມ້​ທີ່​ສາມາດ​​ແນມ​ເຫັນ​ດວງດາວ​ໃນ​ຕອນ​ກາງຄືນ​, ​ໂຮງ​ແຮມ​ຢູ່​​ເທິງ​ຜາ​ຊັນ, ​ເມືອງ​ຫີນໝູ່​ບ້ານ​ຫາ​ປາ ​ແລະ​ອື່ນໆ. ປັດ​ຈຸ​ບັນ​ນີ້, ຕາ​ແສງ​ນານຈີ໋​ມີ​​ໂຮງ​ແຮມ​ ​ແລະ​ເຮືອນ​ພັກປະ​ເພດ​ຕ່າງໆ​ຫຼາຍ​ກວ່າ 50 ​ແຫ່ງ, ​ໃນ​ປີ 2018 ​ໄດ້​ສ້າງ​ລາຍ​ຮັບດ້ານການທ່ອງທ່ຽວ​ຫຼາຍ​ກວ່າ 100 ລ້ານ​ຢວນ ​ລວມທັງຮ້ານ​ອາຫານ, ​ໂຮງ​ແຮມ, ການ​ໃຊ້​ຈ່າຍ​ຕ່າງໆ ​ແລະ​ອື່ນໆ ​ເຊິ່ງ​ໄດ້​ບັນລຸ​ການ​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​ດີ ​ເຊິ່ງ​ບໍ່​ພຽງ​ແຕ່​ມີ​ທິວ​ທັດ​ທີ່​ສວຍ​ງາມ​ເທົ່າ​ນັ້ນ ຍັງ​ມີ​ການ​ພັດທະນາ​ໃນ​ຂະ​ແໜງການ​ຕ່າງໆນັບ​ມື້​ນັບ​ດີ​ຂຶ້ນ​ອີກ​ດ້ວຍ.

 

图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_4acedac3-a240-4a29-99b3-90990679ab74

图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_81ae6ed5-a621-4f19-bd63-69489776d573

ຄຳ​ເຫັນ

0