ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ກໍລະກົດນີ້, ທ່ານທາງລິງລົງແລະນາງຊ້າວຈູລຽນແມ່ນຊາວບ້ານຂອງບ້ານຈື່ຈ່ຽງຕາແສງເຊ້ຍຢານະຄອນຈ້ຽນເຕີແຂວງເຈີ້ຈ່ຽງ, ຜົວເມຍຄູ່ນີ້ແມ່ນຊາຍແບບແລະນາງແບບຫາປາທີ່ມີຊື່ສຽງຂອງທ້ອງຖິ່ນ. ໃນເມື່ອກ່ອນ, ເຂົາເຈົ້າໄດ້ດຳເນີນທຸລະກິດຢູ່ນະຄອນຈ້ຽນເຕີ, ໃນປີ 2010, ຄຽງຄູ່ກັບການພັດທະນາການທ່ອງທ່ຽວຊົນນະບົດດີຂຶ້ນ, ສອງຜົວເມຍຈຶ່ງຕົກລົງກັບຄືນບ້ານເກີດ, ເພື່ອສະແດງວິຖີຊີວິດໃນການຫາປາຂອງຕົນ. ໃນລະດູການທ່ອງທ່ຽວແຕ່ເດືອນພຶດສະພາຫາເດືອນກັນຍາ, ເຂົາເຈົ້າຈະສະແດງການຫາປາມື້ລະສອງເທື່ອເກືອບທຸກວັນ. ພວກເຂົາເວົ້າວ່າ, ສາມາດຫາເງິນຢູ່ໜ້າປະຕູບ້ານໄດ້, ທັງໄດ້ເພີ່ມຄວາມສວຍງາມໃຫ້ແກ່ທິວທັດຂອງບ້ານເກີດ, ເຖິງວ່າຈະລຳບາກກໍຕາມແຕ່ເປັນຊີວິດທີ່ມີຄວາມສຸກທີ່ໜ້າພໍໃຈ.
ຄຳເຫັນ
0