ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນເວລາ 7 ໂມງຕອນເຊົ້າວັນທີ 19 ກໍລະກົດນີ້, ໂດຍຜ່ານການເຮັດວຽກເປັນເວລາ 8 ຊົ່ວໂມງຂອງກຳມະກອນຫຼາຍກວ່າ 1000 ຄົນຢ່າງບໍ່ຢຸດຢັ້ງ, ເສັ້ນທາງລົດໄຟຄວາມໄວສູງນານຊ່າງ-ກ້ານໂຈ່ວໄດ້ສຳເລັດການກໍ່ສ້າງແລ້ວ ແລະໄດ້ບັນຈຸເຂົ້າເປັນເຄືອຂ່າຍທາງລົດໄຟຄວາມໄວສູງແຫ່ງຊາດທີ່ມີທາງທິດເໜືອ-ໃຕ້ 8 ສາຍ ແລະທາງທິດຕາເວັນອອກ-ຕາເວັນຕົກ 8 ສາຍ” ຢ່າງເປັນທາງການ. ທາງລົດໄຟນານຊ່າງ-ກ້ານໂຈ່ວມີຄວາມຍາວ 415,734 ກິໂລແມັດ ທີ່ເລີ່ມຈາກນະຄອນນານຊ່າງແຂວງຈ່ຽງຊີ່ຫາເມືອງກ້ານໂຈ່ວ ເຊິ່ງສາມາດແລ່ນດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ. ພາຍຫຼັງທາງລົດສາຍໄຟນີ້ເປີດການບໍລິການແລ້ວ, ເຂດພູຢູ່ເມືອງຈິງກັ່ງຊ່ານ, ພາກໃຕ້ເມືອງກ້ານໂຈ່ວ ແລະອື່ນໆຈະກ້າວສູ່ຍຸກແຫ່ງທາງລົດໄຟຄວາມໄວສູງຢ່າງເປັນທາງການ.
ຄຳເຫັນ
0