ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
CRI ລາຍງານວ່າ: ເຂດນິຄົມອຸດສາຫະກຳເຂົ້າຊືມຽວທີ່ຢູ່ເມືອງຮຸ້ຍເຊີງນະຄອນຮຸ້ຍໂຈ່ວແຂວງກວາງຕຸ້ງ ສປ ຈີນໄດ້ອອກແຮງພັດທະນາຮູບແບບເຂດນິຄົມອຸດສາຫະກຳກະສິກຳທັນສະໄໝ. ທ່ານເຊີນໂຢ່ວເພິງ ເປັນກະສິກອນຮ່ວມມືຂອງບໍລິສັດກະສິກຳໄຫນ້າກວາງຕຸ້ງຈຳກັດ ເຊິ່ງເປັນຫົວໜ່ວຍທຸລະກິດທີ່ນຳໜ້າປະຕິບັດຮູບແບບພັດທະນາດ້ວຍການສ້າງເຂດນິຄົມອຸດສາຫະກຳ. ທ່ານເຊີນໂຢ່ວເພິງ ພ້ອມພັນລະຍາເປັນຜູ້ຄຸ້ມຄອງເນື້ອທີ່ປູກຝັງ 20 ກວ່າເຮັກຕາໃນເຂດນິຄົມ ເຊິ່ງສາມາດສ້າງລາຍຮັບໄດ້ຫຼາຍກວ່າແສນຢວນຕໍ່ປີ.
ບໍລິສັດກະສິກຳໄຫນ້າຈຳກັດໄດ້ນຳໃຊ້ຮູບແບບການປູກຝັງແລະລ້ຽງສັດທີ່ທັນສະໄໝ ໂດຍຖືເອົາການປູກຝັງປະສານສົມທົບກັບການລ້ຽງສັດຢ່າງມີປະສິດທິພາບ ເຊິ່ງສາມາດຮັກສາສິ່ງແວດລ້ອມທຳມະຊາດແລະພ້ອມທັງໄດ້ຮັບປະສິດທິຜົນດ້ານເສດຖະກິດອີກດ້ວຍ. ທ່ານຈົ່ງເຈີ້ນຟ່າງ ປະທານບໍລິສັດກະສິກຳໄຫນ້າຈຳກັດໃຫ້ຮູ້ວ່າ: ຮູບແບບການປູກຝັງແລະລ້ຽງສັດທີ່ທັນສະໄໝໄດ້ຍົກສູງປະສິດທິຜົນດ້ານເສດຖະກິດຢ່າງຫຼວງຫຼາຍ, ມູນຄ່າການຜະລິດຂອງເນື້ອທີ່ປູກຝັງສາມາດບັນລຸຫຼາຍກວ່າ 150.000 ຢວນຕໍ່ເຮັກຕາ, ເມື່ອທຽບໃສ່ຮູບແບບການຜະລິດດ້ວຍການປູກຝັງພຽງຢ່າງດຽວໃນເມື່ອກ່ອນແລ້ວ, ຜົນໄດ້ຮັບເພີ່ມຂຶ້ນຫຼາຍກວ່າ 1 ເທົ່າ.
ພາຍໃຕ້ການຊີ້ນຳຈາກແນວຄວາມຄິດການພັດທະນາດັ່ງກ່າວ, ບໍລິສັດກະສິກຳໄຫນ້າຈຳກັດໄດ້ພັດທະນາທຸລະກິດການທ່ອງທ່ຽວເລີ່ມມາແຕ່ເດືອນພະຈິກປີ 2017, ນອກຈາກວາງສະແດງໃຫ້ຄວາມຮູ້ດ້ານວິທະຍາສາດຢູ່ສູນທົດລອງຕ່າງໆເຊັ່ນ ການເພາະພັນແລະປູກເຂົ້າ, ກົນຈັກກະສິກຳທັນສະໄໝ, ການປູກຝັງແລະລ້ຽງສັດປະສົມປະສານກັນ, ການປ້ອງກັນແລະ ຄວບຄຸມສັດຕູພືດທາງຊີວະພາບ ແລະອື່ນໆແລ້ວ, ຍັງໄດ້ພັດທະນາທຸລະກິດການທ່ອງທ່ຽວແບບໃຫ້ນັກທ່ອງທ່ຽວສາມາດເກັບຜັກແລະໝາກໄມ້ໃນສວນດ້ວຍຕົນເອງ, ທົ່ງດອກໄມ້, ການສຶກສາແບບຕັ້ງແຄມ( Camp Education )ແລະອື່ນໆ, ມາຮອດປັດຈຸບັນໄດ້ຕ້ອນຮັບນັກທ່ອງທ່ຽວ ເຖິງ 3 ແສນເທື່ອຄົນແລ້ວ.
ຄຳເຫັນ
0