李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ກະ​ສິ​ກອນ​ຟູ​ຈ້ຽນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ດ້ວຍ​ພະ​ລັງ​ແສງ​ຕາ​ເວັນ

2019-07-29 16:57:12 cri

图片默认标题_fororder_1

ຊຸມ​ປີ​ມໍ່ໆ​ມານີ້, ເມືອງ​ເຈີ້ງ​ເຮີ​ແຂວງ​ຟູ​ຈ້ຽນ ໄດ້​ພັດ​ທະ​ນາ​ກະ​ສິ​ກຳ​ດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຍ້ອນ​ມີ​ທ່າ​ແຮງ​ໃນ​ດ້ານນີ້ ໂດຍ​ສວນ​ກະ​ສິ​ກຳ​ທັນ​ສະ​ໄໝ​ທີ່​ມີ​ການ​ຜະ​ລິດ​ໄຟ​ຟ້າ​ຢູ່​ເທິງ​ຕູບ​ຜ້າ ແລະ​ມີ​ການ​ປູກ​ຝັງ​ຢູ່​ໃນ​ຕູບ​ຜ້າ” ນັ້ນ ໄດ້​ປາ​ກົດ​ອອກ​ມາ​ຢູ່​ຕາ​ແສງ​ຕົ່ງ​ພີງ​ເມືອງ​ເຈີ້ງ​ເຮີ​ໃນ​ເບື້ອງ​ຕົ້ນ​ແລ້ວ. ໂຄງ​ການ​ດັ່ງ​ກ່າວ ກວມ​ເນື້ອ​ທີ່​ປະ​ມານ 130 ເຮັກ​ຕາ ເຊິ່ງ​ມີ​ພາ​ລະບົດ​ບາດ​​ໃນ​ການຜະ​ລິດ​ໄຟ​ຟ້າ, ຜະ​ລິດ​ກະ​ສິ​ກຳ ແລະ​ການ​ທ່ອງ​ທ່ຽວ​ກະ​ສິ​ກຳ​ແບບ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ເຊິ່ງ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ໄດ້​ປະ​ມານ 90 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ແລ້ວ​ເຂົ້າ​ສູ່​ເຄືອ​ຂ່າຍ​ໄຟ​ຟ້າ​ແຫ່ງ​ຊາດ ເຊິ່ງ​ເປັນ​ວິ​ຖີ​ທາງ​ໃໝ່​ອີກວິ​ທີ​ໜຶ່ງ​ໃນ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ສຳ​ລັບ​ຊາວ​ກະ​ສິ​ກອນ​ຢູ່​ເຂດ​ພູ​ດອຍ.

ຄຳ​ເຫັນ

0